ວັນທີ 28 ມິຖຸນາ, ເວັບໄຊຂ່າວ Axios ໄດ້ລົງຂ່າວທີ່ວ່າ ອາເມລິກາ ແລະ ອີຣານໄດ້ເຫັນດີເປັນເອກະພາບຢຸດຕິການບຸກໂຈມຕີເຊິ່ງກັນແລະກັນ ແລະ ດຳເນີນການເຈລະຈາໃນວັນທີ 30 ມິຖຸນາ ຢູ່ນະຄອນຫຼວງ ໂດຮາ ຂອງກາຕາ ເພື່ອແນໃສ່ແກ້ໄຂບັນດາຄວາມບໍ່ລົງລອຍກັນເຊິ່ງບິ່ນອ້ອມບັນຫາຊ່ອງແຄບທະເລ Hormuz. ມີເຈົ້າໜ້າທີ່ອາເມລິກາ ຄົນໜຶ່ງໃຫ້ຮູ້ວ່າ ສອງຝ່າຍຈະຢຸດຕິການປະທະກັນຊົ່ວຄາວ ແລະ ກຳປັ່ນອາດສາມາດເດີນທາງແບບເສລີ ໃນສະພາບການທີ່ ວໍຊິງຕັນ ແລະ ເຕເຮຣານ ກະກຽມເຊື່ອມຕໍ່ບັນດາການເຈລະຈາດ້ານເຕັກນິກ. ບັນດາການເຈລະຈາໃນເບື້ອງຕົ້ນໄດ້ຂຶ້ນແຜນການຈັດຂຶ້ນຢູ່ ສະວິດ ແລະ ສຸມໃສ່ບັນດາໂຄງການນິວເຄຼຍຢູ່ ອີຣານ. ເຖິງຢ່າງໃດກໍຕາມ, ສະພາບການເຄັ່ງຕຶງຢູ່ຊອງແຄບທະເລ Hormuz, ໄດ້ເຮັດໃຫ້ເຫດການນີ້ຕ້ອງດຳເນີນຢູ່ ໂດຮາ, ພ້ອມທັງຫັນຈຸດສຸມໄປຍັງຄວາມໝັ້ນຄົງໃນການເດີນເຮືອຢູ່ເສັ້ນທາງທະເລຍຸດທະສາດນີ້.
ການປະທະກັນຢູ່ພາກພື້ນຕາເວັນອອກກາງ: ອາເມລິກາ ແລະ ອີຣານ ຢຸດຕິການປະທະກັນ ແລະ ເຊື່ອມຕໍ່ການເຈລະຈາດ້ານເຕັກນິກ
[VOVWORLD] - ມີເຈົ້າໜ້າທີ່ອາເມລິກາ ຄົນໜຶ່ງໃຫ້ຮູ້ວ່າ ສອງຝ່າຍຈະຢຸດຕິການປະທະກັນຊົ່ວຄາວ ແລະ ກຳປັ່ນອາດສາມາດເດີນທາງແບບເສລີ ໃນສະພາບການທີ່ ວໍຊິງຕັນ ແລະ ເຕເຮຣານ ກະກຽມເຊື່ອມຕໍ່ບັນດາການເຈລະຈາດ້ານເຕັກນິກ.
