ຕາມ​ຂໍ້​ມູນ​ຈາກ​ບໍ​ລິ​ສັດ​ຕິດ​ຕາມ​ການ​ເດີນ​ເຮືອ Kpler ທີ່ປະ​ກາດ​ໃນ​ວັນ​ທີ 29 ມິ​ຖຸ​ນາ​ແລ້ວ, ກຳ​ປັ່ນຂົນ​ສົ່ງສິນ​ຄ້າ 29 ລຳ​ໄດ້ຜ່ານ​ຊອງ​ຄ່ອງ​ທະ​ເລສຳ​ຄັນ​ນີ້​ໃນ​ວັນ​ທີ 27 ມິ​ຖຸ​ນາ ແລະ ມີ​ກຳ​ປັ່ນ​ພ​ຽງ 12 ລຳ​ໄດ້​ໄປ​ຜ່ານ​ຊ່ອງ​ແຄບ​ນີ້​ໃນ​ວັນ​ທີ 28 ມິ​ຖຸ​ນາ, ຫຼຸດ​ລົງ​ຢ່າງ​ແຮງ​ເມື່ອ​ທຽບ​ໃສ່​​ຈຳ​ນວນ​ກຳ​ປັ່ນ ​ໄປ​ມາ​ຊອງ​ແຄບ 70 ເທື່ອໃນ​ວັນ​ທີ 24 ມິ​ຖຸ​ນາ, ເຊິ່ງແມ່ນ​ລະ​ດັບ​ສູງ​​ສຸດ​ນັບ​ແຕ່​​ເລີ່ມ​ຕົ້ນ​ການ​ປະ​ທະ​ກັນ​ຢູ່​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ.

ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຣານ ໃຫ້​ຮູ້​ວ່າ ເຕ​ເຮ​ຣານ ແລະ ໂອ​ມານ ໄດ້​ຈັດ​ກອງ​ປະ​ຊຸມ​ຄັ້ງ​ທຳ​ອິດ​ຂອງ​ຄະ​ນະ​ປະ​​ສົມ Hormuz ເພື່ອ​ແນ​ໃສ່​ປຶກ​ສາ​ຫາ​ລື​ການ​ຄຸ້ມ​ຄອງ​ຊ່ອງ​ແຄບ​ທະ​ເລ Hormuz. ຕາມ​ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອີຣານ Kazem Gharibabadi ແລ້ວ, ສອງ​ຝ່າຍ​ໄດ້​ສຳຫຼວດກວດ​ກາ​ບັນ​ດາ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ຊ່ອງ​ແຄບ​ທະ​ເລ ແລະ ແລກ​ປ່ຽນ​ກ່ຽວ​ກັບ​​ກົນ​ໄກ​ຄຸ້ມ​ຄອງ​ໃນ​ອະ​ນາ​ຄົດ.

ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ມາດ​ຕາ​ທີ່​ລະ​ບຸ​ໄວ້ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ລະ​ຫວ່າງ ອາ​ເມ​ລິ​ກາ ແລະ ອີ​ຣານ, ໃນວັນ​ທີ 29 ມິ​ຖຸ​ນາ, ທ່ານ Masoud Pezeshkian ​ປ​ະ​ທາ​ນາ​ທິ​ບໍ​ດີ ອີ​ຣານ ໄດ້​ຮັບ​ຮອງວ​່າ​ເງິນ 6 ຕື້ USD ໃນ​ຍອດ​ຈຳ​ນວນສັບ​ຊິນ12 ຕື້ USD ​ຂ​ອງ ​ອີ​ຣານ ທີ່​ຖືກ​ປິດ​ລ້ອມ​ຢູ່ ກາ​ຕາ ຈະ​ໄດ້​ຮັບ​ການ​ຍົກ​ເລີກ ແລະ ໂອນ​​ເງິນກັບ​ຄືນ​ປະ​ເທດ.