ວັນ​ທີ 4 ສິງ​ຫາ, ທ່ານ Esmaeil Baghaei, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຣານ, ໃຫ້​ຮູ້​ວ່າ​ ວິ​ວັດ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ປະ​ເທດ​ນີ້ ແລະ ໂອ​ມານ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ໃນ​ການ​ເດີນ​ເຮືອ​ຢູ່ຊ່ອງ​ແຄບທະ​ເລ Hormuz ພວມ​ດຳ​ເນີນ​ຕາມ​ທິດ​ຕັ້ງ​ໜ້າ, ສຸມ​ໃສ່​​ການ​ສ້າງ​ບັນ​ດາ​ເສັ້​ນ​ທາງ​ເດີນ​ເຮືອ​ທີ່​ປອດ​ໄພ​ໃຫ້​ແກ່​ກຳ​ປັ່ນ.

​ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ຂອງ​ສະ​ຖາ​ນີ​ວິ​ທະ​ຍຸ - ໂທ​ລະ​ພາບ ສ.ອິດ​ມະ​ລາມ ອີ​ຣານ (IRIB), ທ່ານ Esmaeil Baghaei, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອີ​ຣານ ຢັ້ງ​ຢືນ​ວ່າ​ ບັນ​ດາ​ການ​ປຶກ​ສາ​ຫ​າ​ລື​ໄດ້​ດຳ​ເນີນ​ຢູ່ທັງ​ຂັ້ນ​ເຕັກ​ນິກ ແລະ ການ​ເມືອງ. ຕາມ​ທ່ານ​ແລ້ວ, ເຕ​ເຮ​ຣານ ພວມ​ປະ​ສານ​ສົມ​ທົບ​ກັບ Muscat ສ້າງ​ກົນ​ໄກ​ຄວບ​ຄຸມ​ການ​ເຄື່ອນ​ໄຫວ​ຂົນ​ສົ່ງ​ຜ່ານ​ຊ່ອງ​ແຄບທະ​ເລ Hormuz ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ Scott Bessent ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ ອາ​ເມ​ລິ​ກາ ຖະ​ແຫຼງວ່າ ວໍ​ຊິ​ງ​ຕັນ ແລະ ເຕ​ເຮ​ຣານ ອາ​ດ​ສາ​ມາດ​ບັນ​ລຸ​ໄດ້​ຂໍ້​ຕົກ​ລົງ​ພາຍໃນ 1 – 2 ວັນ​ຈະ​ມາ​ເຖິງ ເພື່ອ​ແນ​ໃສ່​ຟື້ນ​ຟູ​ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ການ​ເດີນ​ເຮືອ​ຢູ່​ຊ່ອງ​ແຄບທະ​ເລ Hormuz ​ໃຫ້ເປັນ​ປົກ​ກະ​ຕິ, ຜ່ານ​ນັ້ນ​ ກໍ່ຮັບ​ປະ​ກັນ​ສິດ​ເສ​ລີ​​ໃນ​ການເດີນເຮືອ​ຂອງ​ກຳ​ປັ່ນ​ການ​ຄ້າ.