ວັນທີ 11 ສິງຫາ, ກຳປັ່ນ container ໄດ້ຮັບຖືວ່າ ຖືກບຸກໂຈມຕີຢູ່ອ່າວ ໂອມານ, ເຮັດໃຫ້ລູກເຮືອສົ່ງສັນຍານສຸກເສີນ ແລະ ກະກຽມອອກຈາກກຳປັ່ນ. ຂໍ້ມູນເບື້ອງຕົ້ນຢັ້ງຢືນມີສະມາຊິກຄະນະລູກເຮືອ 3 ຄົນໄດ້ເສຍຊີວິດ, ລວມມີ ພົນລະເມືອງ ປາກິດສະຖານ 2 ຄົນ ແລະ ພົນລະເມືອງ ອິນໂດເນເຊຍ 1 ຄົນ. ຍັງບໍ່ທັນມີຂໍ້ມູນກ່ຽວກັບລະດັບຄວາມເສຍຫາຍຂອງກຳປັ່ນ ຫຼືສະພາບຂອງບັນດາລູກເຮືອທີ່ຍັງເຫຼືອເທື່ອ. ແລະກໍ່ໃນວັນດຽວກັນ, ອົງການບໍລິຫານການຄ້າທາງທະເລ ອັງກິດ (UKMTO) ຢັ້ງຢືນເກີດມີເຫດຂັດຂ້ອງລະຫວ່າງກຳປັ່ນ container ລຳຫນຶ່ງ ແລະ ບັນດາກຳລັງທະຫານຢູ່ເຂດອ່າວ ໂອມານ. ພ້ອມທັງ UKMTO ກ່າວເຕືອນວ່າ ບັນດາກຳປັ່ນເຄື່ອນໄຫວໃນພາກພື້ນໄດ້ອັບເດດຂໍ້ມູນຄວາມປອດໄພໃນການເດີນເຮືອເປັນປະຈຳ ແລະ ຕິດຕາມສະພາບການທີ່ເກີດຂຶ້ນຢ່າງໃກ້ຊິດ.
ການປະທະກັນຢູ່ພາກພື້ນຕາເວັນອອກກາງ: ກຳປັ່ນການຄ້າເກີດບັນຫາຢູ່ເສັ້ນທາງເດີນເຮືອຍຸດທະສາດຢ່າງຕໍ່ເນື່ອງ
[VOVWORLD] - UKMTO ກ່າວເຕືອນວ່າ ບັນດາກຳປັ່ນເຄື່ອນໄຫວໃນພາກພື້ນໄດ້ອັບເດດຂໍ້ມູນຄວາມປອດໄພໃນການເດີນເຮືອເປັນປະຈຳ ແລະ ຕິດຕາມສະພາບການທີ່ເກີດຂຶ້ນຢ່າງໃກ້ຊິດ.
