ວັນທີ 15 ມິຖຸນາ, ທ່ານ JD Vance ຮອງປະທານາທິບໍດີ ອາເມລິກາ ໃຫ້ຮູ້ວ່າ ອາເມລິກາ ແລະ ອີຣານ ໄດ້ປະຕິບັດສຳເລັດການລົງນາມ ຂໍ້ຕົກລົງສັນຕິພາບທາງເອເລັກໂຕນິກໃນວັນທີ 14 ມິຖຸນາ, ສ້າງບາດກ້າວສຳຄັນໃນຄວາມມານະພະຍາຍາມຫຼຸດຜ່ອນຄວາມເຄັ່ງຕຶງລະຫວ່າງສອງປະເທດພາຍຫຼັງປະທະກັນມາຫຼາຍເດືອນຢູ່ພາກພື້ນຕາເວັນອອກກາງ.
ກ່າວຄຳເຫັນທີ່ລາຍການ “Good Morning America” ຂອງ ABC News, ທ່ານ Vance ໃຫ້ຮູ້ວ່າ ພິທີລົງນາມຢ່າງເປັນທາງການຄາດວ່າຈະຈັດຂຶ້ນຢູ່ສະວິດໃນວັນທີ 19 ມິຖຸນາ. ຂໍ້ມູນໄດ້ປະກາດໃນສະພາບ ກ່ອນໜ້ານັ້ນອຳນາດການປົກຄອງຂອງທ່ານ Donald Trump ປະທານາທິບໍດີອາເມລິກາ ຖະແຫຼງວ່າບັນລຸໄດ້ຄວາມເຫັນດີເຫັນພ້ອມກັບ ເຕເຮຣານ ກ່ຽວກັບການຢຸດຕິການປະທະກັນ ແລະ ຟື້ນຟູການເດີນເຮືອຜ່ານຊ່ອງແຄບທະເລ Hormuz – ເຊິ່ງແມ່ນເສັ້ນທາງຂົນສົ່ງພະລັງງານຍຸດທະສາດຂອງໂລກ.
ແລະກໍ່ໃນວັນດຽວກັນ, ບັນດາປະເທດ ອາຣັບ ໄດ້ສະແດງຄວາມຊົມເຊີຍຕໍ່ຂໍ້ຕົກລົງລະຫວ່າງ ອາເມລິກາ ແລະ ອີຣານ, ສະແດງຄວາມຫວັງວ່າຂໍ້ຕົກລົງສະບັບນີ້ຈະເປີດເສັ້ນທາງໃຫ້ສະຖຽນລະພາບອັນ ຍາວນານໃນພາກພື້ນ ແລະ ການເຂົ້າຮ່ວມທາງການທູດທີ່ກວ້າງຂວາງກວ່າ.
ກ່ອນໜ້ານັ້ນ, ບັນດາປະເທດ ອັງກິດ, ຝລັ່ງ, ເຢຍລະມັນ ແລະ ອີຕາລີ ໄດ້ອອກຖະແຫຼງການຮ່ວມສະແດງໃຫ້ເຫັນວ່າໄດ້ກຽມພ້ອມຍົກເລີກບັນດາຄຳສັ່ງລົງໂທດຈັດວາງຕໍ່ອີຣານ ແລະ ຊົມເຊີຍຂໍ້ຕົກລົງທີ່ສອງຝ່າຍບັນລຸໄດ້.
