ສະພາບການຢູ່ ເຢແມນ ສືບຕໍ່ຮ້ອນຂຶ້ນເມື່ອກຳລັງ Houthi ຢູ່ປະເທດນີ້ປະກາດຍິງລູກສອນໄຟເລັ່ງໃສ່ຜືນແຜ່ນດິນຂອງ ອາຣັບບິ ຊາອຸດິ, ໃນຂະນະທີ່ກອງທະຫານປະສົມໂດຍ Riyadh ນຳໜ້າ ໄດ້ດຳເນີນບັນດາບັ້ນບຸກໂຈມຕີທາງອາກາດເລັ່ງໃສ່ຫຼາຍເປົ້າໝາຍຂອງ Houthi ຢູ່ທາງທິດຕາເວັນຕົກ ເຢແມນ. ບັນດາແຫຼ່ງຂ່າວໃນພາກພື້ນໃຫ້ຮູ້ວ່າ ມີຫຼາຍບັ້ນບຸກໂຈມຕີທາງອາກາດໄດ້ຍິງຖືກບັນດາເປົ້າໝາຍຂອງ Houthi ຢູ່ແຂວງ Hodeidah, ເຂດແຄມທະເລແດງ. ທ່ານ Turki Al-Maliki ໂຄສົກກອງທະຫານປະສົມ ກໍ່ໃຫ້ຮູ້ວ່າ ບັນດາເປົ້າໝາຍຖືກບຸກໂຈມຕີກ່ຽວຂ້ອງເຖິງໄພນາບຂູ່ຕໍ່ຄວາມໝັ້ນຄົງການເດີນເຮືອສາກົນ ແລະ Houthi ສືບຕໍ່ກີດຂວາງການເຄື່ອນໄຫວຂອງສະໜາມບິນສາກົນ Sanaa.
ເລື່ອງ ອາຣັບບິ ຊາອຸດິ ສືບຕໍ່ຄືນບັນດາບັ້ນບຸກໂຈມຕີທາງອາກາດເລັ່ງໃສ່ Houthi ພາຍຫຼັງທີ່ລະງັບໃຈເປັນເວລາດົນພໍສົມຄວນ ໄດ້ກໍ່ຄວາມວິຕົກກັງວົນວ່າ ສະໜາມຮົບ ເຢແມນ ອາດສາມາດຮ້ອນຂຶ້ນ, ນາບຂູ່ຕໍ່ຄວາມໝັ້ນຄົງໃນການເດີນເຮືອຢູ່ທະເລແດງ ແລະ ບັນດາເສັ້ນທາງຂົນສົ່ງພະລັງງານຍຸດທະສາດ.
