ອຳນາດການປົກຄອງຂອງ ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ສະເໜີສະພາແຫ່ງຊາດໃຫ້ສັດຕະຍາບັນ ບ້ວງ ງົບປະມານ 672 ລ້ານ USD ເພື່ອແນໃສ່ໜູນຊ່ວຍບັນດາການເຄື່ອນໄຫວແກ້ໄຂ, ເກັບຄືນ ແລະ ຕິດຕາມກວດກາວັດຖຸດິບນິວເຄຼຍຂອງ ອີຣານ, ໃນຂອບເຂດບ້ວງງົບປະມານເພີ່ມເຕີມທີ່ມີມູນຄ່າ 80 ຕື້ USD ເພື່ອຮັບໃຊ້ບັນດາເປົ້າໝາຍຄວາມໝັ້ນຄົງແຫ່ງຊາດ ແລະຮັບມືກັບການຜັນແປພາຍຫຼັງການປະທະກັນກັບ ເຕເຮຣານ.
ບ້ວງງົບປະມານນີ້ຈະສະໜອງໃຫ້ກະຊວງພະລັງງານ ອາເມລິກາ ເພື່ອປະຕິບັດບັນດາການເຄື່ອນໄຫວກວດກາຢັ້ງຢືນ, ກວດກາ ແລະ ຕ້ານການເຜີຍແຜ່ອາວຸດນິວເຄຼຍ, ພ້ອມທັງໜູນຊ່ວຍບັນດາຄວາມມານະພະຍາຍາມສາກົນ ເພື່ອແນໃສ່ສະກັດກັ້ນບໍ່ໃຫ້ ອີຣານ ພັດທະນາ ແລະ ກຳມະສິດອາວຸດນິວເຄຼຍ.
