ວັນທີ 19 ສິງຫາ, ກະຊວງການຕ່າງປະເທດບັນດາປະເທດ ສະຫະລັດ ອາຣັບ ເອມີເລັດ (UAE) ໃຫ້ຮູ້ວ່າ Abu Dhabi ໄດ້ຢຸດຕິທຸກການເຄື່ອນໄຫວທາງການຄ້າ ແລະ ທຸລະກຳດ້ານການເງິນກັບ ເຕເຮຣານ ຈົນຮອດເວລາມີແຈ້ງການໃໝ່. ການຕົກລົງກຳນົດນີ້ໄດ້ຍົກອອກມາພາຍຫຼັງ 2 – 3 ຊົ່ວໂມງທີ່ UAE ປະກາດວ່າ ພົບເຫັນລູກສອນໄຟນຳວິຖີຍິງມາຈາກ ອີຣານ 2 ລູກ.
ໃນຖະແຫຼງການທີ່ໄດ້ເອົາລົງໃນພື້ນຖານສື່ສັງຄົມອອນໄລ X, ທ່ານນາງ Afra Al Hameli, ຫົວໜ້າກົມສື່ມວນຊົນຍຸດທະສາດ ຂຶ້ນກັບກະຊວງການຕ່າງປະເທດ UAE ຢັ້ງຢືນວ່າ UAE ສືບຕໍ່ຖືການໂອ້ລົມສົນທະນາ, ການຮ່ວມມື ແລະ ການເຊື່ອມໂຍງເຂົ້າກັບພາກພື້ນ ແມ່ນບັນດາປັດໄຈສຳຄັນເພື່ອແນໃສ່ຊຸກຍູ້ສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນໃນພາກພື້ນ.
ເຈົ້າໜ້າທີ່ການຕ່າງປະເທດ UAE ກໍ່ຢ້ຳຄືນຄຳໝັ້ນສັນຍາຂອງ Abu Dhabi ກ່ຽວກັບການຮັບປະກັນລັກສະນະຄົບຖ້ວນຂອງລະບົບການເງິນສາກົນ, ປະຕິບັດຕາມກົດໝາຍສາກົນ ແລະ ບັນດາມາດຕະຖານທົ່ວໂລກ, ພ້ອມທັງສືບຕໍ່ສະໜັບສະໜູນບັນດາມາດຕະການເພື່ອແນໃສ່ຮັບປະກັນສະຖຽນລະພາບດ້ານການເງິນຢູ່ພາກພື້ນ ແລະ ສາກົນ.
