ວັນທີ 19 ຕຸລາ, ອຳນາດການປົກຄອງແຂວງ Shabwa ຂອງເຢແມນ ໄດ້ແຈ້ງໃຫ້ຊາບວ່າ ກຳລັງ Houthi ບຸກໂຈມຕີດ້ວຍລູກສອນໄຟເລັ່ງໃສ່ຖານທີ່ໝັ້ນການທະຫານ al-Alam ໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 53 ຄົນ ແລະ ກວ່າ 200 ຄົນຮັບບາດເຈັບ. ບັນດາຜູ້ປະສົບເຄາະຮ້າຍລ້ວນແຕ່ແມ່ນນັກຮົບໃໝ່ຂຶ້ນກັບກຳລັງປ້ອງກັນຄວາມສະຫງົບພາຍໃນປະເທດທີ່ພວມເຂົ້າຮ່ວມການຝືກອົບຮົບ. ໃນຂະນະນັ້ນ, ສຳນັກຂ່າວສານ Saba ຂອງ Houthi ໄດ້ຄັດສະເໜີແຫຼ່ງຂ່າວກອງທັບຢັ້ງຢຶນວ່າກຳລັງນີ້ໄດ້ບຸກໂຈມຕີຖານທີ່ໝັ້ນ al-Alam, ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຮັບບາດເຈັບນັບສິບຄົນ. ລັດຖະບານເຢແມນຢູ່ Shabwa ກໍ່ສະແດງຄວາມວິຕົກກັງວົນວ່າບັນດາການບຸກໂຈມຕີດ້ວຍລູກສອນໄຟອາດສາມາດເປີດທາງໃຫ້ແກ່ການບຸກໂຈມຕີທາງບົກຂອງ Houthi, ທີ່ຄ້າຍຄືກັນກັບເຫດການຢູ່ Mocha, ນະຄອນທ່າກຳປັ່ນຍຸດທະສາດ ຢູ່ຝັ່ງທະເລແດງ ເຊິ່ງກຳລັງນີ້ຢຶດຄອງເມື່ອເດືອນກ່ອນ. ແຫຼ່ງຂ່າວດັ່ງກ່າວກໍ່ໃຫ້ຮູ້ວ່ານັບແຕ່ວັນທີ 18 ຕຸລາ, Houthi ໄດ້ຕັດເສັ້ນທາງເຊື່ອມຕໍ່ Shabwa ກັບແຂວງ al-Bayda ໂດຍກຳລັງນີ້ຄວບຄຸມ.
ການປະທະກັນຢູ່ພາກພື້ນຕາເວັນອອກກາງ: Houthi ບຸກໂຈມຕີຖານທີ່ໝັ້ນການທະຫານ ເຢແມນ, ມີຜູ້ເສຍຊີວິດ ແລະ ຮັບບາດເຈັບກວ່າ 250 ຄົນ
[VOVWORLD] - ສຳນັກຂ່າວສານ Saba ຂອງ Houthi ໄດ້ຄັດສະເໜີແຫຼ່ງຂ່າວກອງທັບຢັ້ງຢຶນວ່າກຳລັງນີ້ໄດ້ບຸກໂຈມຕີຖານທີ່ໝັ້ນ al-Alam, ເຮັດໃຫ້ມີຜູ້ເສຍຊີວິດ ແລະ ຮັບບາດເຈັບນັບສິບຄົນ.
