ວັນທີ 6 ກໍລະກົດ, ກອງທຶນສປຊ ເພື່ອເດັກນ້ອຍ (UNICEF) ໃຫ້ຮູ້ວ່າມີເດັກນ້ອຍກວ່າ 300 ຄົນໄດ້ເສຍຊີວິດ ຫຼື ຮັບບາດເຈັບໃນ 6 ເດືອນຜ່ານມາ, ຍ້ອນການປະທະກັນຢູ່ຊູດັງ, ສ່ວນຫຼາຍແມ່ນການບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ (UAV). ຕາມ UNICEF ແລ້ວ, ເດັກນ້ອຍຢູ່ ຊູດັງ ພວມຖືກຕິດຄ້າງໃນສະພາບການໃຊ້ຄວາມຮຸນແຮງ, ອົບພະຍົບ ແລະ ຂາດເຂີນ. ອົງການນີ້ຮຽກຮ້ອງໃຫ້ບັນດາຝ່າຍປົກປ້ອງສາມັນຊົນ ແລະ ພື້ນຖານໂຄງລ່າງພົນລະເຮືອນ, ອະນຸຍາດ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ການເຂົ້າເຖິງມະນຸດສະທຳຢ່າງປອດໄພ, ວ່ອງໄວ ແລະ ບໍ່ຖືກກີດຂວາງ, ປະຕິບັດທຸກມາດຕະການທີ່ສາມາດເຮັດໄດ້ເພື່ອປົກປ້ອງເດັກນ້ອຍບໍ່ໃຫ້ເສຍຫາຍ.
ການປະທະກັນຢູ່ ຊູດັງ: ມີເດັກນ້ອຍກວ່າ 300 ຄົນເສຍຊີວິດ ຫຼືຮັບບາດເຈັບໃນ 6 ເດືອນ
[VOVWORLD] - ຕາມ UNICEF ແລ້ວ, ເດັກນ້ອຍຢູ່ ຊູດັງ ພວມຖືກຕິດຄ້າງໃນສະພາບການໃຊ້ຄວາມຮຸນແຮງ, ອົບພະຍົບ ແລະ ຂາດເຂີນ.
