ອົດສະຕາລີ ແລະ ນິວຊີແລນ ແມ່ນສອງຄູ່ຮ່ວມມືຍຸດທະສາດຮອບດ້ານ ຂອງ ຫວຽດນາມ, ແລະ ນີ້ແມ່ນການພົວພັນສຳຄັນທີ່ສຸດສຳລັບສາມປະເທດ. ການພົວພັນນີ້ຈະມີຂີດໝາຍໃໝ່ເມື່ອທ່ານ ໂຕເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄປຢ້ຽມຢາມສອງປະເທດແຕ່ວັນທີ 9 – 14 ສິງຫາ 2026. ການຢ້ຽມຢາມສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ຫວຽດນາມ ກັບ ອົດສະຕາລີ ແລະ ນິວຊີແລນ ທີ່ໄດ້ການປັບປຸງ, ສ້າງພື້ນຖານໃຫ້ການພົວພັນພັດທະນາຢ່າງແໜ້ນແຟ້ນ ແລະ ເລິກເຊິ່ງກວ່າອີກ. ທ່ານສາດສະດາຈານ Carl Thayer, ມະຫາວິທະຍາໄລ New South Wales, ໃຫ້ຂໍ້ສັງເກດວ່າ:
ຫວຽດນາມ ແມ່ນປະເທດທີ່ມີການປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ອາຊຽນຜ່ານການເຂົາຮ່ວມເວທີປາໄສພາກພື້ນ ARF ຫຼື ກອງປະຊຸມຂັ້ນສູງ ອີຊີຕາເວັນອອກ ແລະ ບັນດາການເຄື່ອນໄຫວອື່ນ. ຮັບມືກັບບັນດາການປ່ຽນແປງຂອງດິນຟ້າອາກາດ ແມ່ນນະໂຍບາຍສຳຄັນທີ່ສຸດຂອງ ນິວຊີແລນແລະ ອົດສະຕາລີ, ຫວຽດນາມ ໄດ້ໃຫ້ຄຳໝັ້ນສັນຍາຊຸກຍູ້ບັນດາຄວາມມານະພະຍາຍາມນີ້. ນອກຈາກນັ້ນ, ຄວາມເອົາໃຈໃສ່ເປັນພິເສດຂອງ ຫວຽດນາມ ຕໍ່ວິທະຍາສາດ, ເຕັກໂນໂລຢີ, ການປ່ຽນແປງໃໝ່ ແລະ ການຫັນເປັນດີຈີຕອນພວມນຳ ບັນດາກາລະໂອກາດໃຫຍ່ຫຼວງໃນບັນດາຂົງເຂດສະເພາະໃຫ້ ອົດສະຕາລີ ແລະ ນິວຊີແລນ ພິເສດ. ເຖິງວ່າສອງປະເທດນີ້ບໍ່ແມ່ນບັນດາປະເທດມະຫາອຳນາດດ້ານເສດຖະກິດຄື ເຢຍລະມັນ ຫຼື ຝລັ່ງ, ແຕ່ພັດມີທ່າແຮງໃນບາງຂົງເຂດລົງເລິກ. ນັ້ນແມ່ນການຮ່ວມມືຕ່າງຝ່າຍຕ່າງມີຜົນປະໂຫຍດ.
