ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ ແມ່ນ​ສອງ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ ຂອງ ຫວຽດ​ນາມ, ແລະ ນີ້​ແມ່ນ​ການ​ພົວ​ພັນ​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ສາມ​ປະ​ເທດ. ການ​ພົວ​ພັນ​ນີ້​​ຈະ​ມີ​ຂີດ​ໝາຍ​ໃໝ່​ເມື່ອ​ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ ​ໄປ​ຢ້ຽມ​ຢາມ​ສອງ​ປະ​ເທດ​ແຕ່​ວັນ​ທີ 9 – 14 ສິງ​ຫາ 2026. ການ​ຢ້ຽມ​ຢາມ​ສະ​ແດງ​ໃຫ້​ເຫັນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ລະ​ຫວ່າງ ຫວຽດ​ນາມ ກັບ ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ ທີ່ໄດ້​ການ​ປັບ​ປຸງ, ສ້າງ​ພື້ນ​ຖານ​ໃຫ້​ການ​ພົວ​ພັນ​ພັດ​ທະ​ນາ​ຢ່າງ​ແໜ້ນ​ແຟ້ນ ແລະ ເລິກ​ເຊິ່ງກວ່າ​ອີກ. ທ່ານ​ສາດ​ສະ​ດາ​ຈານ Carl Thayer, ມະ​ຫາ​ວິ​ທະ​ຍາ​ໄລ New South Wales, ໃຫ້​ຂໍ້​ສັງ​ເກດ​ວ່າ:

ຫວຽດ​ນາມ ແມ່ນ​ປະ​ເທດທີ່ມີ​ການ​ປະ​ກອບ​ສ່ວນ​ຢ່​າງ​ຕັ້​ງ​ໜ້າ​ໃຫ້​ແກ່​ອາ​ຊຽນ​ຜ່ານ​ການ​ເຂົາ​ຮ່ວມ​ເວ​ທີ​ປາ​ໄສ​ພາກ​ພື້ນ ARF ຫຼື ກອງ​ປະ​ຊຸມ​ຂັ້ນ​ສູງ ອີ​ຊີ​ຕາ​ເວັນ​ອອກ ແລະ ບັນ​ດາ​ການ​ເຄື​່ອນ​ໄຫວ​ອື່ນ. ຮັບ​ມື​ກັບ​ບັນ​ດາ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ແມ່ນ​ນະ​ໂຍ​ບາຍ​ສຳ​ຄັນ​ທີ່​ສຸດ​ຂອງ ນິວ​ຊີ​ແລນແລະ ອົດ​ສະ​ຕາ​ລີ, ຫວຽດ​ນາມ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຊຸກ​ຍູ້​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ນີ້. ນອກ​ຈາກ​ນັ້ນ, ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ຂອງ ຫວຽດ​ນາມ ຕໍ່​ວິ​ທະ​ຍ​າ​ສາດ, ເຕັກ​ໂນ​ໂລ​ຢີ, ການ​ປ່ຽນ​ແປງ​ໃໝ່ ແລະ ການ​ຫັນ​ເປັນ​ດີ​ຈີ​ຕອນ​ພວມ​ນຳ​ ບັນ​ດາ​ກາ​ລະ​ໂອ​ກາດ​ໃຫຍ່ຫຼວງ​ໃນ​ບັນ​ດາ​ຂົງ​ເຂດ​ສະ​ເພາະ​ໃຫ້ ອົດ​ສະ​ຕາ​ລີ ແລະ ນິວ​ຊີ​ແລນ​ ​ພິ​ເສດ. ເຖິງ​ວ່າ​ສອງ​ປະ​ເທດ​ນີ້​ບໍ່​ແມ່ນ​ບັນ​ດາ​ປະ​ເທດ​ມະ​ຫາ​ອຳ​ນາດ​ດ້ານເສດ​ຖະ​ກິດ​ຄື ເຢຍ​ລະ​ມັນ ຫຼື ຝ​ລັ່ງ, ແຕ່​ພັດ​ມີ​ທ່າ​ແຮງ​ໃນ​ບາງ​ຂົງ​ເຂດ​ລົງ​ເລິກ. ນັ້ນ​ແມ່ນ​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.