ຕາມກະ​ຊວງ​ກະ​ສິ​ກຳ ແລະ ສິ່ງ​ແວດ​ລ້ອມ ຫວຽດ​ນາມ, ໃນ 8 ເດືອນ​ຂອງ​ປີ 2026, ການ​ສົ່ງ​ອອກ​ເຂ​ົ້າ​ສາ​ນ​ບັນລຸ​ກ່​ວາ 6 ລ້ານ​ໂຕນ, ດ້ວຍ​ມູນ​ຄ່າ​ການ​ສົ່ງ​ອອກ​ບັນ​ລຸ​ເກືອບ 2.91 ຕື້ USD, ຫລຸດລົງ​ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ 2025. ເຖິງ​ແນວນັ້ນ​ກໍ່​ຕາມ, ລາ​ຄາ​ສົ່ງ​ອອກ​ເລີ່ມ​ຟື້ນ​ຟູ​ພ້ອມ​ກັບ​ບັນ​ດາ​ການ​ປ່ຽນ​ແປງ​ກ່ຽວ​ກັບ​​ການ​ສະ​ໜອງ-ຄວາມ​ຕ້ອງ​ການ​ຢູ່​ບັນ​ດາ​ຕະຫຼາດ​ໃຫ່​ຍ​ທີ່​ພວມ​ສ້າງ​ໂອ​ກາດ​ຕື່ມ​ອີກ ເພື່ອ​ໃຫ້​ຂະ​ແໜງນີ້ ເພີ່ມ​ລະ​ດັບ​ຄວາມ​ໄວ​ໃນ​ເວ​ລາ​ທ້າຍ​ປີ.

ໜ້າ​ສົນ​ໃຈ​ແມ່ນ, ໃນ​ເດືອນ​ກໍ​ລະ​ກົດ​ປີ 2026, ລາ​ຄາ​ສົ່ງ​ອອກ​ເຂ​ົ້າ​ສານ​ສະ​ເລ່ຍບັນ​ລຸ 511 USD /ໂຕນ, ເປັນ​ຄັ້ງ​ທຳ​ອິດ​ໃນ​ປີ​ໄດ້​ເພີ່ມ​ຂຶ້ນ​ ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ 2025, ດ້ວຍ​ລະ​ດັບ​ເພີ່ມ​ຂຶ້ນ​ແມ່ນ 5.8%.

ຄາດ​ວ່າ ທັງ​ປີ 2026, ຍອດ​ວົງ​ເງິນ​ສົ່ງ​ອອກ​ເຂົ້າ​ສານ​ຂອງ ຫວຽດ​ນາມ ບັນ​ລຸ​ປະ​ມານ 3.94 ຕື້ USD, ຫລຸດ 4% ເມື່ອ​ທຽບ​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ 2025. ສາຍ​ເຫດ​ຕົ້ນ​ຕໍ​ແມ່ນ​ລາ​ຄາ​ສົ່ງ​ອອກ​ຕ່ຳ​ໃນ​ຊຸມ​ເດືອນ​ຕົ້ນ​ປີ. ແຕ່​ເຖິງ​ແນວນັ້ນ​ກໍ່​ຕາມ, ທ່າ​ຟື້ນ​ຟູ​ລາ​ຄາ​ນັບ​ແຕ່​ເດືອນ​ກໍ​ລະ​ກົດ​ອາດ​ຈະ​ປະ​ກອບ​ສ່ວນ​​ປັບ​ປຸງວົງ​ເງິນ​ສົ່ງ​ອອກ​ໃນ​ຊຸມ​ເດືອນ​ທ້າຍ​ປີ.