9 ເດືອນ​ຕົ້ນ​ປີ 2026, ການ​ສົ່ງ​ອອກ​ສິນ​ໃນ​ນ້ຳ​ບັນ​ລຸກວ່າ 9 ຕື້ USD, ເພີ່ມ​ຂຶ້ນ 12,3%. ກຳ​ລັ​ງ​ໜູນ​ເຕີບ​ໂຕແມ່ນ​ໝາກ​ຜົນ​ທີ່​ຕັ້ງ​ໜ້າຂອງ​ການ​ເຄື່ອນ​ໄຫວ​ປູກ​ລ້ຽງ, ປຸງ​ແຕ່ງ ແລະ ຄວາມ​ຕ້ອງ​ການ​ຕະຫຼາດ. ດ້ວຍ​ອັດ​ຕາ​ການ​ເຕີບ​ໂຕ​ສູງ, ສິນ​ໃນ​ນ້ຳ​ສືບ​ຕໍ່​ຮັກ​ສາ​ບົດ​ບາດ​ສຳ​ຄັນ​ໃນ​ການ​ເພີ່ມ​ວົງ​ເງິນ​ ແລະ ປັບ​ປຸງ​​ດຸນ​ການ​ຄ້າຂອງຂົງເຂດ​ກະ​ສິ​ກຳ. ຈີນ, ອາ​ເມ​ລິ​ກາ ແລະ ຍີ່​ປຸ່ນ ແມ່ນ​ສາມ​ຕະຫຼາດ​ຊົມ​ໃຊ້​ສິນ​ໃນ​ນ້ຳ​ໃຫຍ່​ທີ່​ສຸດ​ຂອງ ຫວຽດ​ນາມ, ດ້ວຍ​ມາດ​ຕະ​ຖ່ວງ​ແມ່ນ 23,7%; 15,7% ແລະ 14%. ສິ່ງ​ທີ່​ເປັນ​ໜ້າ​ສົນ​ໃຈ, ການ​ສົ່ງ​ອອກ​ໄປ ​ຈີນ ເພີ່ມ​ຂຶ້ນ​ຢ່າງ​ແຮງ 33,7% ໃນ 8 ເດືອນ​ຕົ້ນ​ປີ. ອາ​ເມ​ລິ​ກາ ເພີ່ມ​ຂຶ້ນ 1,5%, ໃນ​ຂະ​ນະ​ທີ່​ ຍີ່​ປຸ່ນ ​ເພີ່ມ​ຂຶ້ນ 2,8%. ຕະຫຼາດ ​ຈີນ ​ແມ່ນ​ຕະຫຼາດ​ມີ​ຂອບ​ຂະ​ໜາດ​ໃຫຍ່, ພວມ​ເປີດ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ການ​ສົ່ງ​ອອກ​​ໃຫ້​ແກ່​ບັນ​ດາ​ຜະ​ລິດ​ຕະ​ພັ​ນ​ສິນ​ໃນ​ນ້ຳ ຫວຽດ​ນາມ ຕື່ມອີກ.