ໝາກໄມ້ຫວຽດນາມຫຼາຍຊະນິດພວມຊອກຫາວິທີສົ່ງໄປຍັງຕະຫຼາດ ອາເມລິກາ, ເອີລົບ (ພາບ: Chinhphu.vn) |
ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລ້ວ, ປັດຈຸບັນ ຫວຽດນາມ ມີສິນຄ້າຕົ້ນຕໍທີ່ໄດ້ຮັບການສົ່ງອອກກ່ວາ 10 ປະເພດ, ລວມມີ: ເຂົ້າ, ກາເຟ, ຢາງພາລາ, ໝາກມ່ວງຫິມະພານ, ພິກໄທ, ຊາ, ຜັກໝາກໄມ້, ປາປຶ່ງ ,ກຸ້ງ ແລະ ຜະລິດຕະພັນຈາກໄມ້ທີ່ມີໜ້າຢູ່ 160 ປະເທດ ແລະ ເຂດແຄ້ວນໃນໂລກ.
ໃນຂະນະນັ້ນ, ຕາມກົມປຸງແຕ່ງ ແລະ ພັດທະນາຕະຫຼາດກະສິກຳ (ຂຶ້ນກັບກະຊວງກະສິກຳ ແລະ ພັດທະນາ ຊົນນະບົດ)ແລ້ວ, ມູນຄ່າສົ່ງອອກ ພືດຜັກ, ໝາກໄມ້ໃນເດືອນ ພຶດສະພາ ປີ 2019 ບັນລຸໄດ້ປະມານ 424 ລ້ານ USD, ເພີ່ມ 10,3% ເມື່ອທຽບໃສ່ປີ 2018. ຈີນຢືນຢູ່ອັນດັບທີ ໜຶ່ງ ກ່ຽວກັບຕະຫຼາດນຳເຂົ້າພືດຜັກ, ໝາກໄມ້ຂອງ ຫວຽດນາມ ໃນ 4ເດືອນຕົ້ນປີ 2019, ຖັດມາແມ່ນ ອາເມລິກາ, ສ.ເກົາຫຼີ, ຍີ່ປຸ່ນ…
ສະມາຄົມຕ່ຳແຜ່ນຕັດຫຍິບ

