ໃນການສົນທະນາ, ລັດຖະມົນຕີສອງທ່ານ ໄດ້ຕີລາຄາສູງຕໍ່ການພົວພັນດ້ານປ້ອງກັນຊາດໄລຍະຜ່ານມາ; ແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ສອງຝ່າຍໄດ້ຢັ້ງຢືນຄືນຄວາມຈຳເປັນຂອງການປະຕິບັດຕາມກົດໝາຍສາກົນ, ລວມທັງກົດບັດ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982) ແລະ ແລກປ່ຽນກ່ຽວກັບບົດຮຽນ, ປະສົບການໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຂອງ ກອງທັບແຕ່ລະປະເທດ.
ທ່ານລັດຖະມົນຕີ ຟານວັນຢາງ ແລະ ທ່ານລັດຖະມົນຕີ Kishi Nobuo ເປັນສັກຂີພິຍານພິທີລົງນາມໃນຂໍ້ຕົກລົງມອບຮັບອຸປະກອນ ແລະ ເຕັກໂນໂລຢີປ້ອງກັນຊາດ ຫວຽດນາມ - ຍີ່ປຸ່ນ (ພາບ: chinhphu:vn) |
ພາຍຫຼັງການສົນທະນາ, ທ່ານລັດຖະມົນຕີ ຟານວັນຢາງ ແລະ ທ່ານລັດຖະມົນຕີ Kishi Nobuo ໄດ້ເປັນສັກຂີພິຍານພິທີລົງນາມໃນຂໍ້ຕົກລົງມອບຮັບອຸປະກອນ ແລະ ເຕັກໂນໂລຢີປ້ອງກັນຊາດ ຫວຽດນາມ - ຍີ່ປຸ່ນ.

