ກະຊວງການຕ່າງປະເທດ ຍີ່ປຸ່ນ ໃຫ້ຮູ້ວ່າ ຍີ່ປຸ່ນ ແລະ ຟີລິບປິນ ຫາກໍ່ແລກປ່ຽນເອກະສານທາງການທູດກ່ຽວກັບການສັນຍາຊື້ຂາຍ ແລະ ໜູນຊ່ວຍເຊິ່ງກັນແລະກັນ (ACSA) ລະຫວ່າງສອງຝ່າຍ ທີ່ມີຜົນບັງຄັບໃຊ້. ສັນຍາສະບັບນີ້ໄດ້ສ້າງຕັ້ງຂອບເຂດທີ່ກ່ຽວຂ້ອງເຖິງບັນດາລະບຽບການຊຳລະໃຫ້ການສະໜອງສິນຄ້າ ແລະ ການບໍລິການລະຫວ່າງກຳລັງປ້ອງກັນຕົວ ຍີ່ປຸ່ນ ແລະ ກຳລັງປະກອບອາວຸດ ຟີລິບປິນ.
ເອກະສານສະບັບນີ້ໂດຍ ທ່ານ Motegi Toshimitsu ລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ ແລະ ທ່ານນາງ Maria Theresa Lazaro ລັດຖະມົນຕີການຕ່າງປະເທດ ຟີລິບປິນ ລົງນາມໃນວັນທີ 15 ມັງກອນ ຢູ່ ມານີລາ. ຂໍ້ຕົກລົງສະບັບນີ້ຊຸກຍູ້ການຮ່ວມມືຢ່າງແໜ້ນແຟ້ນກວ່າລະຫວ່າງກຳລັງປ້ອງກັນຕົວ ຍີ່ປຸ່ນ ແລະ ກຳລັງປະກອບອາວຸດ ຟີລິບປິນ ເພື່ອຮັບໃຊ້ການປ້ອງກັນຄວາມໝັ້ນຄົງຂອງ ຍີ່ປຸ່ນ ແລະ ອະນຸຍາດໃຫ້ ຍີ່ປຸ່ນ ປະກອບສ່ວນເຂົ້າໃນສັນຕິພາບ ແລະ ຄວາມໝັ້ນຄົງຂອງປະຊາຄົມສາກົນຢ່າງຕັ້ງໜ້າກວ່າອີກ. ດ້ວຍການແລກປ່ຽນເອກະສານທາງການທູດດັ່ງກ່າວ, ສັນຍາສະບັບນີ້ຈະມີຜົນບັງຄັບໃຊ້ແຕ່ວັນທີ 22 ສິງຫາ ຈະມາເຖິງ.
