ຕອນເຊົ້າວັນທີ 28 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ເຈລະຈາກັບທ່ານນາງ Samdech Khuon Sudary ປະທານສະພາແຫ່ງຊາດ ລາຊະອານາຈັກ ກຳປູເຈຍ ເນື່ອງໃນໂອກາດທ່ານນາງ ນຳໜ້າຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ກຳປູເຈຍ ມາຢ້ຽມຢາມ ຫວຽດນາມແຕ່ວັນທີ 27 – 29 ກໍລະກົດ 2026.
ທີ່ການເຈລະຈາ, ປະທານສະພາແຫ່ງຊາດທັງສອງ ໄດ້ຢັ້ງຢືນຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດແຖວໜ້າຕໍ່ການພົວພັນສອງຝ່າຍລະຫວ່າງສອງປະເທດ, ໃນນັ້ນການຮ່ວມມືສະພາແຫ່ງຊາດແມ່ນຊ່ອງທາງສຳຄັນ, ເຫັນດີເປັນເອກະພາບສືບຕໍ່ປະສານສົມທົບຢ່າງແໜ້ນແຟ້ນຜັນຂະຫຍາຍບັນດາຄຳໝັ້ນສັນຍາ, ຂໍ້ຕົກລົງລະຫວ່າງການນຳສອງພັກ, ສອງລັດຢ່າງມີປະສິດທິຜົນ; ເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ຍົກສູງປະສິດທິຜົນຂອງບັນດາກົນໄກຮ່ວມມືສອງຝ່າຍ, ຊຸກຍູ້ການເຊື່ອມຕໍ່ພື້ນຖານໂຄງລ່າງຄົມມະນາຄົມ, ດ່ານຊາຍແດນ, logistics ແລະ ລະບົບສະໜອງ, ສ້າງຄວາມສະດວກໃຫ້ການຄ້າ, ການລົງທຶນ, ສູ້ຊົນນຳວົງເງິນການຄ້າສອງຝ່າຍບັນລຸເປົ້າໝາຍ 20 ຕື້ USD ໂດຍໄວ, ຍູ້ໄວວຽກງານແບ່ງກຳນົດ, ປັກຫຼັກໝາຍຊາຍແດນ ແລະ ປະສານສົມທົບຮັບປະກັນເຂດຊາຍແດນແຫ່ງສັນຕິພາບ, ສະຖຽນລະພາບ ແລະ ພັດທະນາ. ສອງຝ່າຍເຫັນດີເປັນເອກະພາບປະສານສົມທົບການຈັດຕັ້ງບັນດາການເຄື່ອນໄຫວສະເຫຼີມສະຫຼອງ 60 ປີແຫ່ງການພົວພັນທາງການທູດ ຫວຽດນາມ - ກຳປູເຈຍ (1967-2027), ຍູ້ແຮງການໂຄສະນາ, ການສຶກສາມູນເຊື້ອສາມັກຄີ, ມິດຕະພາບລະຫວ່ງສອງຊາດ.
