ໂດຍ​​ຕອບ​ສຳ​ພາດ​ຂອງ​ນັກ​ຂ່າວ​ວິ​ທະ​ຍຸ​ກະ​ຈາຍ​ສຽງ ຫວຽດ​ນາມ ປະ​ຈຳ​ທ ຜ່ານ​ທາງ​ໂທ​ລະ​ສັບ​ເມື່ອ​ພວມ​ປະ​ຕິ​ບັດ​ງານ​ຢູ່​ນະ​ຄອນຫຼ​ວງ ປາ​ຣີ (ຝ​ລັ່ງ), ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ໄທ Sihasak Phuangketkeow ໄດ້​ແບ່ງ​ປັນ​ບັນ​ດາ​ຂໍ້​ສັງ​ເກດ​ຍຸດ​ທະ​ສາດ ກ່ອນ​ການ​ຢ້ຽມ​ຢາມ​ໄທ​ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 27 ພຶດ​ສະ​ພາ ຫາ​ວັນ​ທີ 29 ພຶດ​ສະ​ພາ ຂອງ​ທ່ານ​ ໂຕ​ເລິມ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງາ​ນູ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະ​ທານ​ປະ​ເທດ ຫວຽດ​ນາມ. ທ່ານ Sihasak Phuangketkeow ຢັ້ງ​ຢືນ​ວ່າ :ການ​ຢ້ຽມ​ຢາມ​ຢ່າງເປັນທາງ​ການ​ນີ້​ແມ່ນ​ກຳ​ລັງ​ໜູນ​ໃຫຍ່​ເພື່ອ​ເຮັດ​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸ​ດ​ທະ​ສາດ​ຮອບ​ດ້ານເລິກ​ເຊິ່ງກວ່າ​ອີກ, ພ້ອມ​ທັງ​ເປີດ​ວິ​ໄສ​ທັດ 50 ປີ​ຕໍ່​ໄປ​ໃຫ້​ແກ່​ການ​ພົວ​ພັນ​ສອງ​ປະ​ເທດ ອີງ​ຕາມ​ການ​ໜູນ​ຊ່ວຍ​ດ້ານ​ເສດ​ຖະ​ກິດ ແລະ ບົດ​ບາດ​ຫຼັກ​ແຫຼ່ງ​ຂອງ​ສອງ​ປະ​ເທດ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ສອງ​ປະ​ເທດ​ອີງ​ໃສ່ ​ການ​ໜູນ​ຊ່ວຍດ້ານ​ເສດ​ຖະ​ກິດ ແລະ ບົດ​ບາດຫຼັກ​ແຫຼ່ງ​ຂອງ​ສອງ​ປະ​ເທດ​ໃນ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຮັບ​ປະ​ກັນ​ອາ​ຊຽນ ມີ​ສະ​ຖຽນ​ລະ​ພາບ, ຈະ​ເລີນ​ຮຸ່ງ​ເຮືອງ.

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ໄທ ໃຫ້​ຮູ້​ວ່າ​ການ​ຢ້ຽມ​ຢາມ​​ຢ່າງ​ເປັນທາງ​ການ​ນີ້​ໄດ້​ສົ່ງ​ສານ​ສຳ​ຄັນ​ກ່ຽວ​ກັບ​ການ​ກຳ​ນົດ​ທິດ ອະ​ນາ​ຄົດ​ໃຫ້​ແກ່​ການ​ພົວ​ພັນ ຫວຽດ​ນາມ - ໄທ, ເນື່ອງ​ໃນ​ໂອ​ກາດ​ສອງ​ປະ​ເທດ ສະ​ເຫຼີມ​ສະຫຼອງ 50 ປີ​ແຫ່ງ​ການ​ພົວ​ພັນ​ທາງ​ການ​ທູດ.