ໂດຍຕອບສຳພາດຕໍ່ສື່ມວນຊົນກ່ຽວກັບຄວາມໝາຍຂອງການຢ້ຽມຢາມ ລາວ ແລະ ກຳປູເຈຍ ຂອງ ທ່ານ ເລມິງຮຶງ ນາຍົກລັດຖະມົນຕີ ຫວຽດນາມ (ແຕ່ວັນທີ 8 – 10 ຕຸລາ), ທ່ານລັດຖະມົນຕີການຕ່າງປະເທດ ເລຮ່ວາຍຈຸງ ຢັ້ງຢືນວ່າ ການຢ້ຽມຢາມນີ້ ມີຄວາມໝາຍດ້ານການເມືອງການຕ່າງປະເທດທີ່ສຳຄັນທີ່ສຸດ.
ສຳລັບ ລາວ, ນີ້ແມ່ນການຢ້ຽມຢາມຄັ້ງທຳອິດຂອງການນຳຫຼັກແຫຼ່ງ ຫວຽດນາມ ແລະ ກໍ່ແມ່ນການຢ້ຽມຢາມຂອງການນຳຕ່າງປະເທດຢູ່ ລາວ ຄັ້ງທຳອິດພາຍຫຼັງທີ່ ລາວ ບູລະນະບັນດາຕຳແໜ່ງການນຳຫຼັກໃໝ່ ເຊິ່ງແມ່ນນາຍົກລັດຖະມົນຕີ ແລະ ປະທານສະພາແຫ່ງຊາດ. ສຳລັບ ກຳປູເຈຍ, ການຢ້ຽມຢາມກໍ່ໄດ້ດຳເນີນໃນໄລຍະທີ່ ກຳປູເຈຍ ສືບຕໍ່ຜັນຂະຫຍາຍບັນດາແຜນການສຳຄັນເພື່ອປະຕິບັດຍຸດທະສາດພັດທະນາເສດຖະກິດດີຈີຕອນ ແລະ ກະກຽມບັນດາການເຄື່ອນໄຫວທາງການຕ່າງປະເທດ.
ຜ່ານການຢ້ຽມຢາມຄັ້ງນີ້, ການນຳຂອງ ລາວ ແລະ ກຳປູເຈຍ ພ້ອມກັບ ທ່ານນາຍົກລັດຖະມົນຕີ ເລມິງຮຶງ ໄດ້ມີການແລກປ່ຽນຢ່າງເລິກເຊິ່ງກວ້າງຂວາງບົນຫຼາຍຂົງເຂດທີ່ກ່ຽວຂ້ອງເຖິງການພົວພັນສອງພັກ, ສອງລັດ; ຜ່ານນັ້ນ ກໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຄວາມເຂົ້າໃຈເຊິ່ງກັນແລະກັນ, ການກຳນົດທິດການເມືອງທີ່ສຳຄັນທີ່ສຸດໃຫ້ການພົວພັນລະຫວ່າງ ຫວຽດນາມ ກັບ ລາວ ແລະ ກຳປູເຈຍ.
