ໂດຍ​ຕອບ​ສຳ​ພາດ​ຕໍ່​ສື່ມວນ​ຊົນ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ການ​ຢ້ຽມ​ຢາມ ລາວ ແລະ ກຳ​ປູ​ເຈຍ​ ຂອງ​ ທ່ານ ເລ​ມິງ​ຮຶງ ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ (ແຕ່​ວັນ​ທີ 8 – 10 ຕຸ​ລາ), ທ່ານ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ເລ​ຮ່​ວາຍ​ຈຸງ ຢັ້ງ​ຢືນວ່າ ການ​ຢ້ຽມ​ຢາມ​ນີ້ ມີ​ຄວາມ​ໝາຍ​ດ້ານ​ການ​ເມືອງ​ການຕ່າງປະເທດທີ່ສຳ​ຄັນ​ທີ່​ສຸດ.

ສຳ​ລັບ ​ລາວ, ນີ້​ແມ່ນ​ການ​ຢ້ຽມ​ຢາມ​ຄັ້ງ​ທຳ​ອິດ​ຂອງ​ການ​ນຳຫຼັກ​ແຫຼ່ງ ຫວຽດ​ນາມ ແລະ ກໍ່​ແມ່ນ​ການ​ຢ້ຽມ​ຢາມ​​ຂອງ​ການ​ນຳ​ຕ່າງ​ປະ​ເທດ​ຢູ່​ ລາວ ຄັ້ງ​ທຳ​ອິດພາຍຫຼັງທີ່ ລາວ ​ບູ​ລະ​ນະ​ບັນ​ດາ​ຕຳ​ແໜ່ງ​ການ​ນຳຫຼັກໃໝ່ ເຊິ່ງ​ແມ່ນນາ​ຍົກ​ລັດ​ຖະ​ມົນ​ຕີ​ ແລະ ປະ​ທານ​ສະ​ພາ​ແຫ່ງ​ຊາດ. ສຳ​ລັບ ​ກຳ​ປູ​ເຈຍ, ການ​ຢ້ຽມ​ຢາມ​ກໍ່​ໄດ້​ດຳ​ເນີນ​ໃນ​ໄລ​ຍະ​ທີ່ ກຳ​ປູ​ເຈຍ​ ສືບ​ຕໍ່​ຜັນ​ຂະ​ຫຍາຍ​ບັນ​ດາ​ແຜນ​ການ​ສຳ​ຄັນ​ເພື່ອ​ປະ​ຕິ​ບັດ​ຍຸດ​ທະ​ສາດ​ພັດ​ທະ​ນາ​ເສດ​ຖະ​ກິດ​ດີ​ຈີ​ຕອນ ແລະ ກະ​ກຽມບັນ​ດາ​ການ​ເຄື່ອນ​ໄຫວ​ທາງ​ການ​ຕ່າງປະເທດ.

ຜ່ານ​ການ​ຢ້ຽມ​ຢາມ​ຄັ້ງ​ນີ້, ກ​ານ​ນຳ​ຂອງ ​ລາວ ແລະ ກຳ​ປູ​ເຈຍ ພ້ອມ​ກັບ ​ທ່ານ​ນາ​ຍົກ​ລັດ​ຖະ​ມົນຕີ ເລ​ມິງ​ຮຶງ ໄດ້ມີການ​ແລກ​ປ່ຽນ​ຢ່າງ​ເລິກ​ເຊິ່ງກວ້າງຂວາງ​ບົນຫຼາຍ​ຂົງ​ເຂດ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ພົວ​ພັນ​ສອງ​ພັກ, ສອງ​ລັດ; ຜ່ານ​ນັ້ນ​ ກໍ່ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ, ຄວາມ​ເຂົ້າ​ໃຈ​ເຊິ່ງ​ກັນ​ແລະ​ກັນ, ການກຳ​ນົດ​ທິດ​ການ​ເມືອງທີ່​ສຳ​ຄັນ​ທີ່​ສຸດໃຫ້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ກັ​ບ ລາວ ແລະ ກຳ​ປູ​ເຈຍ.