ການຢ້ຽມຢາມອິນເດຍຂອງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໂຕເລິມ ສ້າງກຳລັງໜູນຢ່າງແຮງໃຫ້ການພົວພັນ ຫວຽດນາມ - ອິນເດຍ, ສິ່ງນີໂດຍທ່ານ Tshering W. Sherpa ເອກອັກຄະລັດຖະທູດ ອິນເດຍ ປະຈຳ ຫວຽດນາມ ເນັ້ນໜັ້ກເມື່ອຕອບຄຳຖາມຂອງນັກຂ່າວວິທະຍຸກະຈາຍສຽງຫວຽດນາມ ເມື່ອວັນທີ 5 ພຶດສະພາ, ເນື່ອງໃນໂອກາດຢ້ຽມຢາມທາງລັດຖະກິດ ຢູ່ອິນເດຍ ຂອງ ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ອິນເດຍ Narendra Modi ແຕ່ວັນທີ 5 – 7 ພຶດສະພາ. ທ່ານເອກອັກຄະລັດຖະທູດ Tshering W. Sherpa ຊີ້ແຈ້ງວ່າ ລັດຖະບານ ອິນເດຍ ຖືເປັນສຳຄັນພິເສດຕໍ່ການຢ້ຽມຢາມຂອງທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ. ຕາມທ່ານ Tshering W. Sherpa ເອກອັກຄະລັດຖະທູດແລ້ວ, ວົງເງິນການຄ້າສອງຝ່າຍໄດ້ເພີ່ມຂຶ້ນທົບສອງເທົ່າໃນ 10 ປີຜ່ານມາ, ປັດຈຸບັນພວມຢູ່ໃນລະດັບ 16 ຕື້ USD, ແຕ່ຫວຽດນາມ ແລະ ອິນເດຍອາດສາມາດເຮັດໃຫ້ຫຼາຍກວ່າອີກ, ດ້ວຍທ່າແຮງກ່ຽວກັບຊັບພະຍາກອນມະນຸດ, ເຕັກນິກ Startup ແລະ ສັງຄົມເຕັມໄປດ້ວຍແງ່ຫວັງ. ອິນເດຍຄາດວ່າຈະຫັນຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນແລະກັນ ກາຍເປັນໝາກຜົນລະອຽດໃນບັນດາຂົງເຂດຮ່ວມມືໃໝ່ຄື: ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ການສື່ສານ, ນະວັດຕະກຳ, ວິທະຍາສາດເຕັກໂນໂລຢີ, ຄວາມປອດໄພທາງໄຊເບີ, ປັນຍາປະດິດ, ເຕັກໂນໂລຢີ Quantum, ການຢາ, ການຂົນສົ່ງ ແລະ ການເຊື່ອມໂຍງພື້ນຖານໂຄງລ່າງ. ອິນເດຍຍາມໃດກໍ່ພ້ອມທີ່ຈະປະສານສົມທົບກັບຫວຽດນາມ ເພື່ອຫັນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນໃຫ້ປະກົດຜົນເປັນຈິງ.
