ການພົບປະລະຫວ່າງ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ຢູ່ G20 (ພາບ: TTXVN)

ເມື່ອຕອບສຳພາດຕໍ່ນັກຂ່າວໃນໂອກາດທ່ານນາຍົກລັດຖະມົນຕີ Scott Morrison ມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານ ໂງເຮື໊ອງນາມ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳອົດສະຕາລີ ໃຫ້ຮູ້ວ່າ: ເນື້ອໃນຈຸດສຸມສຳຄັນທີ່ສຸດເຊິ່ງການນຳສອງປະເທດຈະປຶກສາຫາລືແມ່ນເລື່ອງສອງຝ່າຍຈະສືບຕໍ່ຍົກລະດັບການພົວພັນບົນພື້ນຖານຄວາມໄວ້ເນື້ອເຊື່ອໃຈ, ສະໜິດແໜັ້ນ ແລະ ຕ່າງຝ່າຍຕ່າງມີຜົນປະໂຫຍດ. ເລື່ອງ ທ່ານ ນາຍົກລັດຖະມົນຕີ ອົດສະຕາລີ Scott Morrison ຕັດສິນໃຈມາຢ້ຽມຢາມ ຫວຽດນາມພາຍຫຼັງດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ອົດສະຕາລີ ຄືນໃໝ່ໃນເດືອນ ພຶດສະພາ ທີ່ຜ່ານມາ ໄດ້ສະແດງໃຫ້ເຫັນວ່າ ອົດສະຕາລີ ຖື ຫວຽດນາມ ແລະ ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ອົດສະຕາລີ ເປັນສຳຄັນ. ເນື້ອໃນຈຸດສຸມຕໍ່ໄປແມ່ນການຊຸກຍູ້ການຮ່ວມມືເສດຖະກິດຢ່າງແຮງ.

ທ່ານ ໂງເຮື໊ອງນາມ ໄດ້ຢັ້ງຢືນວ່າ ການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ Scott Morrison ໄດ້ຕັ້ງຄວາມຫວັງໄວ້ວ່າຈະສ້າງກຳລັງໜູນ ແລະ ແງ່ຫວັງໃໝ່, ເປີດກ້ວາງ ແລະ ເຮັດໃຫ້ການຮ່ວມມືສອງຝ່າຍເລິກເຊິ່ງກວ່າອີກ.