ທ່ານນາງລັດຖະມົນຕີກະຊວງປ້ອງກັນປະເທດ ການາດາ Anita Anand(ພາບ: Canadian Press)
|
ວັນທີ 13 ມິຖຸນາ, ກະຊວງປ້ອງກັນປະເທດ ການາດາ ໄດ້ແຈ້ງໃຫ້ຊາບວ່າ ທີ່ກອງປະຊຸມ Shangri-La 2022, ທ່ານນາງລັດຖະມົນຕີກະຊວງປ້ອງກັນປະເທດ ການາດາ Anita Anand ໄດ້ເນັ້ນໜັກເຖິງຄຳໝັ້ນສັນຍາຂອງປະເທດນີ້ໃນການສ້າງມະຫາສະໝຸດອິນເດຍ-ປາຊີຟິກ ເສລີ, ເປີດເຜີຍ ແລະ ກວມລວມ, ໃນນັ້ນ ມີຍຸດທະສາດ ມະຫາສະໝຸດອິນເດຍ-ປາຊີຟິກ ເຊິ່ງ Ottawa ໃກ້ຈະປະກາດຍຸດທະສາດ ເພື່ອແນໃສ່ກຳນົດທິດໃຫ້ ການາດາ ເຂົ້າຮ່ວມພາກພື້ຶ້ນຢ່າງເລິກເຊິ່ງກວ່າ, ພ້ອມທັງເນັ້ນໜັກເຖິງເປົ້າໝາຍຂອງ ການາດາ ແມ່ນຫັນເປັນຫຼາຍຮູບຫຼາຍແບບ ແລະ ເພີ່ມທະວີການມີໜ້າໃນການເຄື່ອນໄຫວໜູນຊ່ວຍພາກພື້ນຈາກແງ່ມູມປ້ອງກັນຊາດ.

