ວັນທີ 14 ມັງກອນ, ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ໄດ້ສະແດງຄວາມວິຕົກກັງວົນຢ່າງແຮງ ຕໍ່ເລື່ອງສານຂອງຈີນ ໄດ້ຕັດສິນລົງໂທດພົນລະເມືອງ ການາດາ ໜຶ່ງຄົນ ດ້ວຍຖານໂທດຄ້າຂາຍຢາເສບຕິດ. ກ່າວຄໍາເຫັນຕໍ່ສື່ມວນຊົນ, ທ່ານນາຍົກລັດຖະມົນຕີ Justin Trudeau ເນັ້ນໜັກວ່າ: “ພວກຂ້າພະເຈົ້າມີຄວາມວິຕົກກັງວົນຢ່າງແຮງ ກັບບັນດາສໍາພັນທະມິດ ແລະ ເພື່ອນມິດສາກົນ ວ່າ ຈີນໄດ້ນໍາໃຊ້ການຕັດສິນລົງໂທດປະຫານຊີວິດໃນບາງກໍລະນີ ແບບຕາມລໍາພັງ, ແຕ່ຄັ້ງນີ້ມີສ່ວນກ່ຽວຂ້ອງເຖິງພົນລະເມືອງຂອງ ການາດາ”.