ທ່ານຮອງນາຍົກລັດຖະມົນຕີ ຝ້າມບີງມິນ ປະທານ ສະພາທີ່ປຶກສາອະໄພຍະໂທດເປັນປະທານກອງປະຊຸມ

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຝ້າມບີງມິນ ໃຫ້ຮູ້ວ່າ ນີ້ແມ່ນການ ອະໄພຍະໂທດຄັ້ງທຳອິດ ພາຍຫຼັງທີ່ກົດໝາຍວ່າດ້ວຍ ການອະໄພຍະໂທດປີ 2018 ໄດ້ຮັບການຮອງເອົາ. ທ່ານຮອງນາຍົກລັດຖະມົນຕີ ຝ້າມບີງມິນ ຊີ້ແຈ້ງວ່າ :

“ ສະພາທີ່ປຶກສາອະໄພຍະໂທດປະຊຸມ ພິຈາລະນາ ສຳຫຼວດກວດຄືນ ຮັບປະກັນຄວາມໂປ່ງໃສ ຍຸຕິທຳ ຖືກຕ້ອງຕາມເປົ້າໝາຍ, ພວກເຮົາຈະສະຫຼຸບບັນຊີລາຍຊື່ເພື່ອຍື່ນສະເໜີຕໍ່ທ່ານປະທານປະເທດ. ນີ້ກໍແມ່ນການປະຕິບັດຢ່າງຖືກຕ້ອງຕາມແຜນການທີ່ ສະພາທີ່ປຶກສາອະໄພຍະໂທດ ໄດ້ວາງອອກ”