ກ່າວຄຳເຫັນທີ່ການປະຊຸມກັບບັນດານາຍທະຫານຢູ່ລັດພາກກາງ Aragua, ທ່ານປະທານາທິບໍດີ Nicolas Maduro ໃຫ້ຮູ້ວ່າ, ບັນດາການເຈລະຈາລະຫວ່າງຜູ້ຕາງໜ້າຂອງລັດຖະບານ ເວເນຊູເອລາ ກັບຝ່າຍຄ້ານຢູ່ປະເທດນີ້ ແມ່ນເພື່ອແນໃສ່ຊຸກຍູ້ບັນດາຂໍ້ຕົກລົງສັນຕິພາບ, ມິດຕະພາບ ແລະ ການຮ່ວມມືໄດ້ມີຈຸດເລີ່ມຕົ້ນບັນລຸຜົນສຳເລັດ. ທ່ານ Nicolas Maduro ຊີ້ແຈ້ງວ່າ, ຜູ້ຕາງໜ້າ 2 ຝ່າຍໄດ້ຈັດບັນດາການເຈລະຈາຢູ່ນອກແວ ໃນອາທິດນີ້ ເພື່ອ “ເລີ່ມຕົ້ນ ແລະ ສຳຫຼວດ” ບັນດາການປຶກສາຫາລື ແລະ ການເຈລະຈາກັບຝ່າຍຄ້ານ ແມ່ນແນໃສ່ສ້າງໂຄງການດຳເນີນງານສັນຕິພາບໃຫ້ແກ່ປະເທດຊາດ.
ການເຈລະຈາສັນຕິພາບກັບຝ່າຍຄ້ານມີການເລີ່ມຕົ້ນຢ່າງດີງາມຢູ່ເວເນຊູເອລາ
(VOVWORLD) -ວັນທີ 17 ພຶດສະພາ, ທ່ານປະທານາທິບໍດີເວເນຊູເອລາ Nicolas Maduro ໄດ້ແຈ້ງໃຫ້ຊາບວ່າ, ຄະນະເຈລະຈາຂອງລັດຖະບານ ເວເນຊູເອລາ ໄດ້ກັບມາຈາກນອກແວ ດ້ວຍ “ຂ່າວດີ” ທີ່ວ່າ, ການເຈລະຈາກັບຝ່າຍຄ້ານໄດ້ມີການເລີ່ມຕົ້ນຢ່າງດີງາມ.
