ການແຫ່ຂະບວນປະທ້ວງ “ເສື້ອເຫລືອງ” ເກີດຂຶ້ນຄືນອີກຢູ່ ຝຣັ່ງ (ພາບ: AFP/ TTXVN)

ຕາມບົດລາຍງານຂອງຕຳຫລວດແລ້ວ, ຜູ້ເຂົ້າຮ່ວມການແຫ່ຂະບວນປະທ້ວງນັບພັນໆຄົນໄດ້ເດີນຂະບວນຢູ່ອ້ອມແອ້ມຖະໜົນ Champs Elysees ຢູ່ນະຄອນຫລວງ ປາຣີ, ເຮັດໃຫ້ກຳລັງປ້ອງກັນຄວາມສະຫງົບຕ້ອງນຳໃຊ້ບັນດາມາດຕະການຮຸນແຮງເພື່ອຄວບຄຸມສະພາບການ.

ຕາມແຈ້ງການຂອງກະຊວງພາຍໃນ ຝຣັ່ງ ແລ້ວ, ມີປະມານ 8.000 ຄົນໄດ້ເຂົ້າຮ່ວມບັນດາການແຫ່ຂະບວນປະທ້ວງຢູ່ບັນດານະຄອນຊານນະຄອນຫລວງ ປາຣີ.