ໄຟໄໝ້ຢູ່ທ້ອງຖະໜົນ ຢູ່ ປາຣີ (ພາບ:AFP/Getty) |
ບຸກຄົນທີ່ເຂົ້າຮ່ວມການແຫ່ຂະບວນປະທ້ວງໃສ່ເສື້ອສີເຫຼືອງນັ້ນ ໄດ້ຕັ້ງຮົ້ວກັ້ນທ້ອງຖະໜົນ. ເບິ່ງຄືວ່າເຂົາເຈົ້າໄດ້ປະກອບໜ້າກາກຕ້ານຄວັນໄຟ ແລະ ແວນຕາ ຢ່າງຄົບຖ້ວນ ກຽມພ້ອມເພື່ອຕ້ານຄືນກໍາລັງຕໍາຫຼວດ ແລະ ເກີດໄຟໄໝ້ຢູ່ທ້ອງຖະໜົນສາຍໃຫຍ່ ເຮັດໃຫ້ການສັນຈອນຢູ່ເຂດດັ່ງກ່າວ ແລະ ບັນດາເຂດອ້ອມຂ້າງ ຖືກຢຸດສະງັກ.
ຕາມແຈ້ງການທໍາອິດຂອງຕໍາຫຼວດແລ້ວ, ມີຜູ້ເຂົ້າຮ່ວມການແຫ່ຂະບວນປະທ້ວງ 08 ຄົນ ຖືກຈັບຕົວ ຍ້ອນມີບັນດາການກະທໍາທີ່ເກີນຂອບເຂດ ແລະ ຖິ້ມວັດຖຸລະເບີດ. ມີຕໍາຫຼວດ ກວ່າ 3.000 ຄົນ ຖືກຮັບການຜັນຂະຫຍາຍຢູ່ປາຣີ ແລະ ບັນດານະຄອນໃກ້ຄຽງ. ທ່ານລັດຖະມົນຕີກະຊວງພາຍໃນຂອງຝລັ່ງ Christophe Castaner ໄດ້ກ່າວປະນາມຕໍ່ຄວາມຮັບຜິດຊອບຂອງຜູ້ຈັດການແຫ່ຂະບວນປະທ້ວງດັ່ງກ່າວ ເມື່ອບັນດາການເຄື່ອນໄຫວຂອງຂະບວນ “ເສື້ອສີເຫຼືອງ” ໃນອາທິດຜ່ານມາ ໄດ້ເຮັດໃຫ້ສາມັນຊົນ 02 ຄົນເສຍຊີວິດ ແລະ ອີກ 620 ຄົນຖືກຮັບບາດເຈັບ, ໃນນັ້ນມີ 17 ຄົນ ເຈັບສາຫັດ, ຕໍາຫຼວດ ແລະ ທະຫານ 136 ຄົນຖືກຮັບບາດເຈັບ.

