ງານ​ບຸນ​ຍິງບັ້ງ​ໄຟ​ດອກ​ສາ​ກົນ ດ່ານັ້ງ 2026 (DIFF 2026) ສືບ​ຕໍ່ຈັດການ​ແຂ່ງ​ຂັນ​ເປັນ​ມື້​ທີ 3 ​ໃນ​ຕອນ​ຄ່ຳ​ວັນ​ທີ 13 ມິ​ຖຸ​ນາ, ຢູ່ ຮ່າ​ໂນ້ຍ. ທິມ ຍີ່​ປຸ່ນ ແລະ ອີ​ຕາ​ລີ ໄດ້​ສ້າງ​ຄວາມຮູ້ສຶກທີ່​ພິ​ເສດ​ໃຫ້​ແກ່​ຜູ້​ຊົມ​ດ້ວຍ​ຫົວ​ຂໍ້ “ວັດ​ທ​ະ​ນະ​ທຳ”.

ຫຼາຍ​ຄົນ​ໄດ້​ພັນ​ລະ​ນາ​ການ​ແຂ່ງ​ຂັນ​ລະ​ຫວ່າງ​ທິມ Tamaya Kitahara Fireworks (ຍີ່​ປຸ່ນ) ແລະ Martarello Group S.L.R (ອີ​ຕາ​ລີ) ຄືວ່າ​ແມ່ນການແຂ່ງ​ຂັນ​​ຮອບ “ຊິງ​ຊະ​ນະ​ເລີດ” ຂອງ DIFF 2026. ກ່ອນ​ຈັດ​ການ​ແຂ່ງ​ຂັນ​​ຫຼາຍຊົ່ວ​ໂມງ, ເຂດເວ​ທີ​ມີ 10.200 ບ່ອນ​ນັ່ງ​ໄດ້​ມີ​ຜູ້​ມາ​ຊົມ​ນັ່ງ​ເຕັມ; ບັນ​ດາ​ຂົວ ແລະ ເສັ້ນ​ທາງ​ແຄມ​ແມ່​ນ້ຳ ຮ່ານ ກໍ່​ມີ​ປະ​ຊາ​ຊົນ ແລະ ແຂກ​ທ່ອງ​ທ່ຽວ​ເປັນ​ຈຳ​ນວນ​ຫຼາຍ. ດ້ວຍ​ທ່າໄດ້ປຽບ​ແມ່ນ​ແຂ່ງ​ຂັນ​ກ່ອນ, ທິມ ຍີ່​ປຸ່ນ ໄດ​້ສ້າງ​ຄວາມຮູ້ສຶກອາ​ລົມ​ຈິດໃຫ້​ແກ່​ຜູ້​​ຊົມ. ພ​ິ​ເສດ, ການ​ສະ​ແດງ​ດົນ​ຕີ​ຂອງ​ທິມ ຍີ່​ປຸ່ນ ໄດ​້​ກາຍ​ເປັນ​ຈຸດເນັ້ນ​ຂອງ​ການ​ສະ​ແດງ. ໃນ​ຂະ​ນະ​ນັ້ນ, ທິມ ອີຕາ​ລີ ສືບ​ຕໍ່​ຢືນຢັນ​ທີ່​ຕັ້ງ​ເປັນ​ທິມ​ແຊ້ມ​ໃນ​ຫຼາຍ​ປີ ດ້ວຍ​ການ​ສະ​ແດງທີ່​ເຕັມ​ໄປ​ດ້ວຍ​ລັກ​ສະ​ນະ​ຮູບ​ເງົາ​ທີ່​ມີ​ຊື່​ວ່າ “ສຽງດັງກ້ອງ​ມຸ່ງ​ໄປ​ເຖິງ​ອະ​ນາ​ຄົດ”.

ການ​ແຂ່ງ​ຂັນ​ມື້ທີ 4 ຂອງ​ງານ​ບຸນ​ຍິງບັ້ງ​ໄຟ​ດອກສາ​ກົນ ດ່ານັ້ງ 2026 ຈະ​ຈັດ​ຂຶ້ນ​ໃນ​ຕອນ​ຄ່ຳ​ວັນ​ທີ 20 ມິ​ຖຸ​ນາ ດ້ວຍ​ການ​ແຂ່ງ​ຂັນ​ລະ​ຫວ່າງ​ທິມ ເຢຍ​ລະ​ມັນ ແລະ ມາ​ກາວ (ຈີນ), ດ້ວຍ​ຫົວ​ຂໍ້ “ປະ​ດິດ​ຄ​ິດ​ສ້າງ”.