ເຂົ້າຮ່ວມພິທີ ມີທ່ານ ຫງວຽນຊວັນຟຸກ ນາຍົກລັດຖະມົນຕີຫວຽດນາມ, ທ່ານ ຫວໍວັນເຖື໋ອງ ຫົວໜ້າຄະນະໂຄສະນາສຶກສາສູນກາງ, ຫົວໜ້າຄະນະຊີ້ນໍາວຽກງານຖະແຫຼງຂ່າວການຕ່າງປະເທດ.

ເຊີດຊູບັນດາຜົນງານ, ບົດປະພັນ ແລະ ປຶ້ມດີເດັ່ນໃນຂົງເຂດຖະແຫຼງຂ່າວການຕ່າງປະເທດ ປີ 2018

ການແຂ່ງຂັນໃນປີ 2018 ໄດ້ດຶງດູດຜົນງານຂອງນັກປະພັນ, ກຸ່ມນັກປະພັນ ຫຼາຍກວ່າ 1000 ຜົນງານ ທີ່ຂຶ້ນກັບອົງການສື່ມວນຊົນສູນກາງ ແລະ ທ້ອງຖິ່ນກວ່າ 130 ແຫ່ງ ແລະ ສໍານັກພິມ 12 ແຫ່ງໃນທົ່ວປະເທດ, ບັນດານັກຊ່ຽວຊານ, ນັກຂ່າວຕ່າງປະເທດ ແລະ ຊາວຫວຽດນາມ ຢູ່ຕ່າງປະເທດ. ບັນດາຜົນງານດັ່ງກ່າວ ມີ 8 ຮູບການ ດ້ວຍ 13 ພາສາ. ກ່າວຄໍາເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກ່າວວ່າ:

“ຜ່ານການຈັດຕັ້ງມາໄດ້ 5 ຄັ້ງຢ່າງຕໍ່ເນື່ອງ, ມາຮອດປັດຈຸບັນ, ການແຂ່ງຂັນທົ່ວປະເທດ ກ່ຽວກັບການຖະແຫຼງຂ່າວການຕ່າງປະເທດ ນັບມື້ນັບສະແດງໃຫ້ເຫັນອິດທິພົນຊື່ສຽງ, ເປັນໄມ້ຫຼາວັດແທກຄຸນນະພາບວຽກງານຖະແຫຼງຂ່າວການຕ່າງປະເທດຢ່າງມີປະສິດທິຜົນ, ປະກອບສ່ວນເພີ່ມທະວີການເຊື່ອມຕໍ່, ສົມທົບກັນລະຫວ່າງອົງການການທູດ ກັບອົງການສື່ມວນຊົນ, ລະຫວ່າງພາຍໃນປະເທດ ແລະ ຕ່າງປະເທດ. ບັນດາຜົນງານທີ່ສົ່ງເຂົ້າມາແຂ່ງຂັນໃນຄັ້ງນີ້ ໄດ້ຮັບການຕີລາຄາວ່າ ມີຄຸນນະພາບສູງກວ່າ, ໄດ້ເຕື້ອງເຖິງຢ່າງໃກ້ຊິດຕິດແທດ ແລະ ເລິກເຊິ່ງ, ຮອບດ້ານກວ່າ ກ່ຽວກັບບັນດາການຖະແຫຼງຂ່າວການຕ່າງປະເທດຂອງຫວຽດນາມ, ກາຍເປັນຂົວເຊື່ອມຕໍ່ລະຫວ່າງຫວຽດນາມ ກັບ ໂລກຢ່າງແທ້ຈິງ ແລະ ມີປະສິດທິຜົນ.”

ຄະນະຈັດຕັ້ງ ໄດ້ຄັດເລືອກເອົາ 90 ຜົນງານທີ່ດີເດັ່ນທີ່ສຸດ ເພື່ອເຊີດຊູທີ່ພິທີມອບລາງວັນ ລວມມີ: ລາງວັນທີ 1 ມີ 8 ລາງວັນ, ລາງວັນທີ 2 ມີ 17 ລາງວັນ, ລາງວັນທີ 3 ມີ 25 ລາງວັນ ແລະ ລາງວັນຊົມເຊີຍມີ 40 ລາງວັນ. ວິທະຍຸກະຈາຍສຽງຫວຽດນາມ ມີ 14 ຜົນງານຍາດໄດ້ລາງວັນ; ສະເພາະ VOV5 ມີ 5 ຜົນງານໃນປະເພດກະຈາຍສຽງ, ປຶ້ມ, ສື່ເອເລັກໂຕນິກ, ໃນນັ້ນ ຜົນງານ “ຫວຽດນາມ ຫັນປ່ຽນຕົນເອງ ເພື່ອບໍ່ພາດໂອກາດໃນຍຸກ 4.0” ຍາດໄດ້ລາງວັນທີ 1 ໃນປະເພດກະຈາຍສຽງ.