ຕອນ​ຄ່ຳ​ວັນ​ທີ 05 ພຶດ​ສ​ະ​ພາ, ຢູ່​ເຂດ ໂຮ່​ວັນ (ຂຶ້​ນ​ກັບ​ເຂດ ວັນ​ມຽວ - ກວັກ​ຕື​ຢາມ), ຮ່າ​ໂນ້ຍ ໄດ້​ຈັດ “​ຄ່ຳ​ຄືນ​ກະ​ທົງ ໂຮ່​ວັນ - ວັນ​ມຽວ” ດ້ວຍ​ຫົວ​ຂໍ້ “ຈຸ​ດ​ໂຄ​ມ​ໄພ​ເພື່ອ​ເປີດ​ພູມ​ປັນ​ຍາ - ສົ່ງ​ຄຳ​ພາ​ວະ​ນະ​​ປະ​ສົບ​ຜົນ​ສຳ​ເລັດ”.

ຢູ່​ທີ່ນີ້, ແຂກ​ທ່ອງ​ທ່ຽວ​ໄດ້​ຮັບ​ຊົມ​ບັນ​ດາ​ລາຍ​ການ​ສະ​ແດງ​ເຄື່ອງ​ດົນ​ຕີ​ທີ່​ເປັນ​ມູນ​ເຊື້ອ, ຮັບ​ຊົມ​ສິ​ລະ​ປະ​ຟ້ອນ​ຕຸກ​ກະ​ຕາ​ເທິງ​ບົກ ແລະ ຮັບ​ປະ​ທານ​ເຍື່ອງ​ອາ​ຫານ​​ເຈ. ນອກນັ້ນ, ແຂກ​ທ່ອງ​ທ່ຽວ​ຍັງ​ໄດ້​ເຂົ້າ​ຮ່ວມ​ພ້ອມ​ກັບ​ບັນ​ດາ​ນັກ​ສິ​ລະ​ປະ​ການ​ໝູ່​ບ້ານ​ອາ​ຊີບ​ເຮັດ​ເຈ້ຍ​ສາ, ເຮັດ​ທຽນ ຕະ​ຫຼອດ​ຮອດ​ການ​ຂຽນ​ຕົວ​ໜັງ​ສືຫວຽດ​ເດີມ.

ທ່ານ ກ່ຽວ​ກ້າວ​ຢຸງ, ຜູ້​ກຳ​ກັບ​ໃຫຍ່, ຫົວ​ໜ້າ​ຄະ​ນະ​ຈັດ​ລາຍ​ການ, ໃຫ້​ຮ້​ູ​ວ່າ:

“ລາຍ​ການນີ້​ຄື​ດັ່ງ​ຂົວ​ເຊື່ອມ​ຕໍ່​ລະ​ຫວ່າງ​ອະ​ດີດ​ຕະ​ການ ແລະ ປະ​ຈຸ​ບັນ. ຂ້າ​ພະ​ເຈົ້າ​ປາ​ດ​ຖະ​ໜາ​ວ່າ ຜະ​ລິດ​ຕະ​ພັນ​ນີ້​ສົມ​ທົບ​ກັບ​ບັນ​ດາ​ການ​ເຄື່​ອ​ນ​ໄຫວ​ທີ່​ມີ​ຢູ່​ແລ້ວ​ຈະ​ສ້າງ​ເປັນຜະ​ລິດ​ຕະ​ພັນ​ທ່ອງ​ທ່ຽວ​ໃຫ້​ແຂກ​ທ່​ອງ​ທ່ຽວ​ຢ່າງ​ຄົບ​ຖ້ວນກວ່າ. ແຂກ​ທ່ອງ​ທ່ຽວ​ອາດ​ສາ​ມາດ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອ​ນ​ໄຫວ​ທ່ອງ​ທ່ຽວ​ຕອນ​ກາງ​ຄືນ​ກ່ຽວ​ກັບ​ການ​ເຄື່ອນ​ໄຫ​ວວັດ​ທະ​ນະ​ທຳ, ສີ​ລະ​ປະ, ອາ​ຫານ​ການ​ກິນ”.