ເນື່ອງໃນໂອກາດວັນບຸນວິສາຂະບູຊາ ພສ 2562 ແລະ ລະດູເຂົ້າພັນສາ ປີ 2018, ຕອນເຊົ້າວັນທີ 25 ພຶດສະພາ, ຄະນະກຳມະການແນວໂຮມປະເທດຊາດຫວຽດນາມ ນະຄອນເກິນເທີ, ພ້ອມກັບຜູ້ຕາງໜ້າບັນດາຄະນະ, ຂະແໜງການ, ອົງການຈັດຕັ້ງມະຫາຊົນ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນຢູ່ວັດແຫ່ງຕ່າງໆໃນບໍລິເວນນະຄອນ.

ທີ່ວັດ ແຄ໋ງກວາງ, ຕາແສງເຕິນອານ, ເມືອງນິງກ່ຽວ, ນະຄອນເກິນເທີ, ທ່ານ ຟ້າມວັນຮ໋ຽວ, ຮອງເລຂາຄະນະປະຈຳນະຄອນ, ປະທານສະພາປະຊາຊົນນະຄອນເກິນເທີ ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງສະມາຄົມພຸດທະສາສະໜາ ຫວຽດນາມ, ບັນດາພະສົງສຳມະເນນ, ພຸດທະສາສະນິກະຊົນ ໃນການປຸກລະດົມພໍ່ແມ່ພີ່ນ້ອງພຸດທະສາສະນິກະຊົນ ປະຕິບັດແຜນນະໂຍບາຍ, ນະໂຍບາຍຂອງພັກ ແລະ ກົດໝາຍຂອງລັດ; ມີບັນດາການເຄື່ອນໄຫວແທດຈິງໃນການຜະລິດ, ດຳເນີນທຸລະກິດ, ເຂົ້າຮ່ວມບັນດາການເຄື່ອນໄຫວທຳການກຸສົນ, ມະນຸດສະທຳ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ, ຮັບປະກັນຊີວິດສັງຄົມຂອງນະຄອນ.

ກ່ອນໜ້ານັ້ນ, ວັນທີ 24 ພຶດສະພາ, ເນື່ອງໃນໂອກາດວັນບຸນວິສາຂະບູຊາ ພສ 2562 ແລະ ລະດູເຂົ້າພັນສາ ປີ 2018, ທ່ານຮອງປະທານສູນກາງແນວໂຮມປະເທດຊາດຫວຽດນາມ ເຮົ່າອາເລັ່ງ ໄດ້ໄປຢ້ຽມຢາມ, ອວຍພອນ ພະມະຫາອາຈານ ເຈົ້າອາວາດ ທິກບ໋າວງຽມ, ຮອງປະທານ ສະພາບໍລິຫານງານສູນກາງສະມາຄົມພຸດທະສາສະໜາຫວຽດນາມ, ຫົວໜ້າຄະນະ ທຳມະເທດສະໜາ ສູນກາງສະມາຄົມພຸດທະສາສະໜາຫວຽດນາມ, ຫົວໜ້າຄະນະບໍລິຫານງານສະມາຄົມພຸດທະສາສະໜາຫວຽດນາມນະຄອນຮ່າໂນ້ຍ ຢູ່ວັດ ບ່າດ໋າ, ເມືອງຮວ່ານກ໋ຽມ, ນະຄອນຮ່າໂນ້ຍ.