ທ່ານ ນາງ ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ແລະ ປະທານ DUMA ລັດເຊຍ Vyacheslav Volodin ໄດ້ເຂົ້າຮ່ວມໄຂກອງປະຊຸມຄັ້ງທີ 1 ຂອງກຳມາທິການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ DUMA ລັດເຊຍ |
ທ່ານນາງ ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຢັ້ງຢືນວ່າຫວຽດນາມຍາມໃດກໍ່ຖືເປັນສຳຄັນ ແລະ ຕັດສິນໃຈເພີ່ມທະວີສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບລັດເຊຍໃຫ້ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ, ຕອບສະໜອງຜົນປະໂຫຍດແທດເໝາະກັບສະພາບຕົວຈິງຂອງສອງຊາດ. ທ່ານນາງປະທານສະພາແຫ່ງຊາດສະເໜີວ່າໃນໄລຍະຈະມາເຖິງ, ສອງຝ່າຍຄວນເປີດກວ້າງການພົບປະແລກປ່ຽນ, ການຮ່ວມມືລະຫວ່າງສອງສະພາແຫ່ງຊາດ
ປະທານ DUMA ລັດເຊຍ Vyacheslav Volodin ເນັ້ນໜັກວ່າວົງເງິນການຄ້າລະຫວ່າງສອງປະເທດຍັງບໍ່ທັນບັນລຸໄດ້ 10 ຕື້ ໂດລາສະຫະລັດເທື່ອ ເຊິ່ງແມ່ນຄາດໝາຍຂອງການນ້ຳຂັ້ນສູງສອງປະເທດວາງອອກ.
ຕອນບ່າຍວັນດຽວກັນ ຢູ່ ນະຄອນຫຼວງ ມົດສະກູ, ທ່ານ ນາງ ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ແລະ ປະທານ DUMA ລັດເຊຍ Vyacheslav Volodin ໄດ້ເຂົ້າຮ່ວມໄຂກອງປະຊຸມຄັ້ງທີ 1 ຂອງກຳມາທິການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ DUMA ລັດເຊຍ, ຫຼັງຈາກນັ້ນທ່ານນາງປະທານສະພາແຫ່ງຊາດຫວຽດນາມກໍ່ໄດ້ຕ້ອນຮັບ ທ່ານ ຮອງປະທານທີໜຶ່ງສະມາຄົມມິດຕະພາບ ລັດເຊຍ - ຫວຽດນາມ Piot Yurievich Tsvetov ແລະ ທ່ານ Nikolai Nikoleavicj Kolesnik ປະທານສະມາຄົມນັກຮົບເກົ່າລັດເຊຍ ຢູ່ ຫວຽດນາມ
ກ່ອນໜ້ານັ້ນ ຕອນທ່ຽງວັນທີ 11 ທັນວາ, ທ່ານ ນາງ ປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ລັດເຊຍ Dmitry Medvedev. ພົບປະກັບ ທ່ານ Zuganov ປະທານພັກກອມມູນິດ ລັດເຊຍ

