ຄະນະປະຕິບັດງານຂອງທ່ານ ອວງຈູລິວ, ມອບຂອບຂວັນໃຫ້ບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໃນບໍລິເວນແຂວງ ບັກກ້ານ

(ພາບ: TTXVN)

ວັນທີ 24 ກໍລະກົດ, ຄະນະປະຕິບັດງານຂອງທ່ານ ອວງຈູລິວ, ຮອງປະທານສະພາແຫ່ງຊາດ ເປັນຫົວໜ້າຄະນະ, ໄດ້ໄປຢ້ຽມຢາມ, ມອບຂອບຂວັນໃຫ້ບັນດາຄອບຄົວນະໂຍບາຍ, ຜູ້ມີຄຸນງາມຄວາມດີຕໍ່ການປະຕິວັດໃນບໍລິເວນແຂວງ ບັກກ້ານ. ນີ້ແມ່ນການເຄື່ອນໄຫວເພື່ອສະແດງຄວາມຮູ້ບຸນຄຸນອັນໃຫຍ່ຫຼວງຂອງບັນດານັກຮົບທີ່ເສຍສະຫຼະຊີວິດ້ເພື່ອຊາດ, ທະຫານເສຍອົງຄະ, ທະຫານເຈັບປ່ວຍ ທີ່ໄດ້ອຸທິດສ່ວນໃຫ້ພາລະກິດຕໍ່ສູ້, ປົດປ່ອຍຊາດ; ປະກອບສ່ວນລະດົມກຳລັງໃຈບັນດາຄອບຄົວຜ່ານຜ່າຄວາມຫຍຸ້ງຍາກ, ບືນຕົວຂຶ້ນໃນຊີວິດ.

ແລະກໍໃນວັນດຽວກັນ, ຢູ່ຮ່າໂນ້ຍ ໄດ້ດຳເນີນລາຍການສະແດງສິລະປະ “ບົດເພງໄຊອະມະຕະ”. ສ່ວນຢູ່ເຂດສຸສານນັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ ຕົງຄາວ (ແຂວງດ້ຽນບຽນ), ຄະນະຊາວໜຸ່ມເມືອງດຽວກັນ, ໄດ້ຈັດພິທີຖະຫວາຍທູບທຽນອາໄລຫາບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດ. ນອກນັ້ນ, ຢູ່ແຂວງ ດັກນົງ, ນະຄອນໂຮ່ຈິມິນ… ກໍ່ໄດ້ຈັດການເຄື່ອນໄຫວຫຼາຍຢ່າງເພື່ອອາໄລຫາບັນດານັກຮົບທີ່ເສຍສະຫຼະຊີວິດເພື່ອຊາດເຊັ່ນດຽວກັນ.