(ການໂອ້ລົມສົນທະນາ)

ບັນດາຜູ້ແທນໄດ້ແລກປ່ຽນຫຼາຍບັນຫາອັນໃຫຍ່ຫຼວງ, ຄຸນຄ່າປະຫວັດສາດ ແລະ ແລະ ຄວາມໝາຍຍຸກສະໄໝຂອງການປະຕິວັດເດືອນຕຸລາ ສຳລັບຂະບວນການປະຕິວັດໂລກ ແລະ ການປະຕິວັດຫວຽດນາມ; ການປະຕິວັດເດືອນຕຸລາ, ລັດທິ ມາກ - ເລນີນ, ແນວຄິດປະທານໂຮ່ຈິມິນ ສຳລັບພາລະກິດຕໍ່ສູ້ປົດປ່ອຍຊາດ, ກ້າວຂຶ້ນສັງຄົມນິຍົມຂອງຫວຽດນາມ… ການໂອ້ລົມສົນທະນາ ເພື່ອແນໃສ່ສຶກສາສະຕິ, ຄຸນນະທາດດ້ານການເມືອງ, ຫຼັກໝັ້ນແນວຄິດຢືດໝັ້ນຄາດໝາຍເອກະລາດຊົນຊາດ ຕິດພັນກັບລັດທິສັງຄົມນິຍົມໃຫ້ນັກສຶກສາ; ຊ່ວຍນັກສຶກສາຍົກສູງສະຕິຄວາມຮັບຮູ້ກ່ຽວກັບຜົນງານແຫ່ງການປ່ຽນແປງໃໝ່ຂອງຫວຽດນາມ ແມ່ນໝາກຜົນຈາກການໝູນໃຊ້ລັດທິ ມາກ - ເລນີນ ເຂົ້າເງື່ອນໄຂຂອງຫວຽດນາມຢ່າງມີຫົວຄິດປະດິດສ້າງ.

ແລະກໍ່ເນື່ອງໃນໂອກາດນີ້, ນະຄອນໂຮ່ຈິມິນ ໄດ້ຈັດ “ຊຸມວັນລັດເຊຍ ຢູ່ນະຄອນໂຮ່ຈິມິນ” ດ້ວຍການເຄື່ອນໄຫວທີ່ອຸດົມສົມບຸນ, ມີຄວາມໝາຍຄື: ງານວາງສະແດງກ່ຽວກັບການພົວພັນຫວຽດນາມ - ສະຫະພັນລັດເຊຍ; ການເຄື່ອນໄຫວວັດທະນະທຳ, ລາຍງານສະແດງສິລະປະ…