(ພາບ: TTXVN)
ໃນຂອບເຂດການຢ້ຽມຢາມທາງລັດຖະກິດ ສ.ອິນເດຍ, ຕອນບ່າຍວັນທີ 05 ພຶດສະພາ, ຢູ່ນະຄອນຫຼວງ New Delhi, ປະເທດ ອິນເດຍ, ທ່ານ ໂຕເລິມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບທ່ານ Ajit Doval, ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອິນເດຍ.
ທີ່ການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ຢືນຢັນວ່າ ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ອິນເດຍ ໃນທຸກຂົງເຂດ, ໃນນັ້ນມີດ້ານເສດຖະກິດວິທະຍາສາດ, ເຕັກໂນໂລຊີ, ການຫັນເປັນດີຈີຕອນ, ເຕັກໂນໂລຊີໃໝ່ຮ່ວມມືດ້ານການສຶກສາ, ບຳລຸງສ້າງ, ການປ້ອງກັນ, ຕ້ານອາດຊະຍາກຳເຕັກໂນໂລຊີສູງ ແລະ ຍົກສູງກຳລັງຮັບມືກັບບັນດາສິ່ງທ້າທາຍຄວາມໝັ້ນຄົງແບບໃໝ່.
ສ່ວນທ່ານ Ajit Doval, ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ອິນເດຍ ຢືນຢັນວ່າ ອິນເດຍ ຍາມໃດກໍ່ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນແຖວໜ້າຢູ່ພາກພື້ນ ດ້ວຍບັນດາການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາລວມ.
ໃນຕອນຄ່ຳວັນດຽວກັນ (ຕາມເວລາທ້ອງຖິ່ນ), ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລິມ ໄດ້ພົບປະກັບພະນັກງານ, ພາລະກອນສະຖານທູດ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອິນເດຍ. ກ່າວຄຳເຫັນຢູ່ທີ່ນີ້, ທ່ານຢືນຢັນວ່າ:
“ສຳລັບປະຊາຄົມວິສາຫະກິດ, ຜູ້ອອກແຮງງານ ຂ້າພະເຈົ້າກໍ່ຫວັງວ່າ ພໍ່ແມ່ປະຊາຊົນຈະສືບຕໍ່ເສີມຂະຫຍາຍຈິດໃຈຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ໝູນໃຊ້ບັນດາກາລະໂອກາດການຮ່ວມມືດ້ານເສດຖະກິດລະຫວ່າງ 2 ປະເທດໃຫ້ເປັນຢ່າງດີ ເພື່ອປະກອບສ່ວນເຊື່ອມຕໍ່ຕະຫຼາດ, ຊຸກຍູ້ດ້ານການຄ້າ, ການລົງທຶນບັນດາລະບົບສະໜອງ. ຂ້າພະເຈົ້າກໍ່ປາດຖະໜາວ່າ, ພໍ່ແມ່ປະຊາຊົນສືບຕໍ່ຮັກສາສີສັນວັດທະນະທຳຂອງຊາດ, ຮັກສາພາສາ ຫວຽດ, ຕັ້ງໜ້າເຊື່ອມໂຍງ, ເຄົາລົບກົດໝາຍ ແລະ ວັດທະນະທຳປະເທດປະຈຳຖິ່ນ”.
