|
ພາບ: TTXVN |
ລາຍການດົນຕີໄດ້ດຶງດູດຜູ້ເສບດົນຕີ 100 ຄົນ ພ້ອມກັບບັນດາເຄື່ອງດົນຕີທີ່ຫາຍາກດ້ວຍອາຍຸກວ່າ 200 ປີ ໄດ້ນຳມາເຊິ່ງຄວາມປະທັບໃຈໃຫ້ແກ່ຊາວນະຄອນຫລວງ ຮ່າໂນ້ຍ ຍາກທີ່ຈະຫລົງລືມໄດ້. ພາຍຫລັງຈັດຕັ້ງລາຍການດັ່ງກ່າວຢູ່ ຫນອງ ໂຮ່ເກືອມ ມາເປັນເວລາ 3 ປີ, ລາຍການໄດ້ປະກອບສ່ວນເຊື່ອມຕໍ່ວັດທະນະທຳ ຫວຽດນາມ ກັບໂລກ, ໂຄສະນາພາບພົດ, ຊາວຫວຽດນາມ ເປີດອົກເປີດໃຈ, ນິຍົມສິລະປະ, ນະຄອນ ຮ່າໂນ້ຍ ແຫ່ງອະລິຍະທຳນັບພັນປີ ແລະ ບັນຍາກາດຢູ່ຖະຫນົນຍ່າງທີ່ເປັນເອກະລັກສະເພາະ ມາເຖິງເພື່ອນມິດສາກົນເປັນຈຳນວນຫລວງຫລາຍ.

