ລາຍການສະແດງສິລະປະສະເຫລີມສະຫລອງ 63 ປີແຫ່ງວັນໄຊຊະນະດ້ຽນບຽນຝູ

ລາຍການສະແດງສິລະປະໄດ້ວາດພາບຈຸດເວລາອັນສະຫງ່າອົງອາດຂອງຊາດຫວຽດນາມໃນບັ້ນຮົບ ດ້ຽນບຽນຝູ. ບັນດາບົດເພງໄດ້ຍ້ອງຍໍການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝລັ່ງ ແລະ ຄວາມຮັກຕໍ່ບ້ານເກີດເມືອງນອນ. ນີ້ແມ່ນລາຍການເພື່ອແນໃສ່ເຊີດຊູການເສຍສະຫລະອັນໃຫຍ່ຫລວງຂອງລຸ້ນພໍ່ລຸ້ນອ້າຍທີ່ໄດ້ເສຍເລືອດເນື້ອເຮື່ອແຮງເພື່ອເອກະລາດ ແລະ ເສລິພາບຂອງຊາດ ພ້ອມທັງສຶກສາມູນເຊື້ອຮັກສາດ, ເຈດຈຳນົງອົງອາດກ້າຫານຂອງມູນເຊື້ອຕໍ່ສູ້ຕ້ານສັດຕູຮຸກຮານຂອງຊາດຫວຽດນາມ.