ທ່ານ ເຈີນແທງເຫມີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ອວຍພອນວັນບຸນຄຼິດສະມາດ

ທີ່ສຳນັກງານສັງຄະນາຍົກເຂດຊາວຄຼິດ ນະຄອນ ໂຮ່ຈີມີນ, ທ່ານ ເຈີນແທງເໝີນ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຕາງຫນ້າໃຫ້ການນຳພັກ, ລັດ, ແນວໂຮມປະເທດຊາດ ຫວຽດນາມ ໄດ້ຕີລາຄາສູງການປະກອບສ່ວນສຳຄັນຂອງ ສັງຄະນາຍົກເຂດຊາວຄຼິດ ນະຄອນໂຮ່ຈິມີນ ບຸ່ຍວັນງອກ ແລະ ປະຊາຊົນຊາວຄຼິດ ໃນການເຂົ້າຮ່ວມປະຕິບັດບັນດາຄາດໝາຍພັດທະນາເສດຖະກິດສັງຄົມຂອງປະເທດຊາດ.

ແລະກໍ່ໃນຕອນເຊົ້າວັນດຽວກັນ, ຄະນະປະຕິບັດງານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ລົງຢ້ຽມຢາມ ອວຍພອນວັນບຸນຄຼິດສະມາດ ພະຄາດີນັນ ຟ້າມມີງເໝີນ ອະດີດສັງຄະນາຍົກເຂດຊາວຄຼິດ ນະຄອນໂຮ່ຈິມີນ ແລະ ສະຫະພັນໃຫຍ່ສະມາຄົມສາສະຫນາໂປແຕດສະຕັງ ຫວຽດນາມ.