ຕາມໝາກ​ຜົນເບື້ອງຕົ້ນ​ຂອງການນັບ​ບັດເລືອກຕັ້ງກາງສະໄໝ​ຢູ່ ອາ​ເມ​ລິ​ກາ ທີ່ອັບເດດໃນເວລາ 3 ໂມງ ​ເຊົ້າວັນທີ 4 ພະຈິກ (ເວລາ ວໍຊິງຕັນ), ພັກ​ປະ​ຊາ​ທິ​ປະ​ໄຕ​ຍາດ​ໄດ້ 224 ທີ່ນັ່ງຢູ່​ສະ​ພາ​ຕ່ຳ, ​ລື່ນ​ກາຍ​ສຽງ​ເລືອກ​ຕັ້ງ​ສ່ວນ​ຫຼາຍ​ດ້ວຍ 218 ທີ່ນັ່ງ, ມ​ີ​ ​ພໍ​​ດີເພື່ອຄວບຄຸມສະພາ​ຕ່ຳ. ​ຢູ່​ສະ​ພາ​ສູງ, ​ປະ​ຈຸ​ບັນ​ປະ​ຊາ​ທິ​ປະ​ໄຕ​ພຽງ​ແຕ່​ຍາດ​ໄດ້ 54 ທີ່ນັ່ງ, ເມື່ອທຽບກັບ 42 ທີ່ນັ່ງຂອງ​ພັກ​ສາ​ທາ​ລະ​ນະ. ດ້ວຍໄຊຊະນະທັງ​ຢູ່ສະ​ພາ​ສ​ູງ ແລະ ສະພາຕໍ່າ, ພັກ​ປະ​ຊາ​ທິ​ປະ​ໄຕ​ຍາດ​ໄດ້​ສິດຄວບຄຸມສະ​ພາ​ແຫ່ງ​ຊາດ ອາ​ເມ​ລິ​ກາ.

ໃນການເລືອກຕັ້ງກາງສະໄໝນີ້, ຜູ້ມີສິດເລືອກຕັ້ງ ອາ​ເມ​ລິ​ກາ ເປັນ​ຜູ້​ຕັດ​ສິນ​ພັກ​ໃດຈະກຳ​ສິດ​ຄວບ​ຄຸມ​ສະ​ພາ​ຕ່ຳ ແລະ ສະພາສູງ.