ການເລືອກຕັ້ງສະພາແຫ່ງຊາດ ອາເມລິກາ ກາງອາຍຸການ (ພາບປະກອບ / AFP/TTXVN )

ແຕ່ບໍ່ເວັ້ນເສຍກໍລະນີບັນດາການຕີລາຄາຢ່າງຕັ້ງໜ້ານັບມື້ນັບຫລາຍຂຶ້ນສຳລັບເສດຖະກິດ ກໍ່ຄືຄວາມສຸມໃສ່ຢ່າງແຮງຂອງທ່ານປະທານາທິບໍດີ Donald Trump ຕໍ່ບັນດາບັນຫາຄື: ຊາວອົບພະຍົບ ແລະ ຄວາມໝັ້ນຄົງຊາຍແດນ ຈະຊ່ວຍໃຫ້ພັກສາທາລະນະມີ “ບາດກ້າວຝືນຕົວຢ່າງແຂງແຮງ” ໃນການເລືອກຕັ້ງສຳຄັນນີ້.

ໝາກຜົນແຫ່ງການຢັ່ງຫາງສຽງ ໂດຍໜັງສືພິມ Washingon Post ແລະ ABC News ປະກາດໃນວັນທີ 04 ພະຈິກ ໄດ້ສະແດງໃຫ້ເຫັນອັດຕາຜູ້ມີສິດເລືອກຕັ້ງສະໜັບສະໜູນພັກປະຊາທິປະໄຕເຂົ້າສະພາຕ່ຳແມ່ນ 50%. ໃນຂະນະນັ້ນ, ພັກສາທາລະນະແມ່ນ 43%. ອັດຕາສ່ວນດັ່ງກ່າວ ຫລຸດລົງນ້ອຍໜຶ່ງ ເມື່ອທຽບໃສ່ໝາກຜົນແຫ່ງການຢັ່ງຫາງສຽງໃນເດືອນ ຕຸລາ ແລະ ຫລຸດລົງແຮງເມື່ອທຽບໃສ່ເດືອນ ສິງຫາ ຜ່ານມາ.