ຄະນະກຳມະການເລືອກຕັ້ງສູນກາງ ອິດສະຣາແອັນ ໄດ້​ຮັບ​ຮູ້ວ່າ ​ອັດ​ຕາສ່ວນຈຳນວນຜູ້ມີສິດເລືອກຕັ້ງ​ທີ່​ເຂົ້າ​ຮ່ວມການເລືອກຕັ້ງສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 26 ບັນ​ລຸ​ເກືອບ 78% ໄລ່​ຮອດເວລາ​ບັນ​ດາ​ສະ​ຖານ​ທີ່​ປ່ອນ​ບັດ​ໄດ້ປິດ​ລົງໃນເວລາ 22 ໂມງວັນທີ 27 ຕຸລາ (ຕາມເວລາທ້ອງຖິ່ນ), ໂດຍມີປະຊາຊົນເກືອບ 5.700.000 ຄົນໄດ້ປະ​ຕິ​ບັດສິດເລືອກ​ຕັ້ງ​ຂອງ​ຕົນ. ນີ້ແມ່ນ​ອັດ​ຕາສ່ວນສູງສຸດໄລ່​ມາ​ຮອດ​ຈຸດ​ເວ​ລາ​ສິ້ນ​ສຸດ​ການ​ປ່ອນ​ບັດ​ໃນ​ໄລ​ຍະ​ເວ​ລາ​ປະ​ມານ 25 ປີ​ຜ່ານ​ມາ.

ອີງຕາມບັນ​ດາຕົວເລກ​ອັບ​ເດດ​ໂດຍ​ບັນ​ດາສະຖານີໂທລະພາບ​ໃຫຍ່​ຂອງ ອິດສະ​ຣາແອັນ ​ປະ​ກາດ​ພາຍຫຼັງລະບົບ​ປ່ອນ​ບັດປິດລົງ, ກຸ່ມບັນດາພັກ​ຝ່າຍຄ້ານ​ກັບທ່ານນາຍົກລັດຖະມົນຕີ Benjamin Netanyahu ຄາດວ່າຈະຍາດ​ໄດ້​ປະ​ມານ 52 ທີ່ນັ່ງໃນສະພາ​ແຫ່ງ​ຊາດ, ​ລວມ​ມີສະ​ມາ​ຊິກ 120 ຄົນ, ໃນຂະນະ​ທີ່ກຸ່ມ​ສະ​ໜັບ​ສະ​ໜູນນາຍົກລັດຖະມົນຕີ ​ຍາດ​ໄດ້ປະມານ 50 ທີ່ນັ່ງ.