(ພາບປະກອບ) |
ໃນການໂອ້ລົມທາງໂທລະສັບ, ການນຳ ອາເມລິກາ ຖືວ່າ ບັນຫານິວເຄຼຍຂອງ ສປປ.ເກົາຫຼີ ແມ່ນສັບສົນທີ່ສຸດ, ແຕ່ຍັງແມ່ນບັນຫາອາດຈະແກ້ໄຂໄດ້. 2 ຝ່າຍເຫັນດີເປັນເອກະພາບນຳກັນວ່າ ຈະຮ່ວມມືຢ່າງແໜ້ນແຟ້ນ ໃນຄວາມມານະພະຍາຍາມແກ້ໄຂວິກິດການນິວເຄຼຍໃນແຫຼມເກົາຫຼີ. ທ່ານປະທານາທິບໍດີ Donald Trump ກໍ່ເຊີນທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae-In ມາຢ້ຽມຢາມ ອາເມລິກາ ໃນໄລຍະໄວທີ່ສຸດ.

