ທ່ານນາຍົກລັດຖະມົນຕີ ຫລີຊຽງ ຕ້ອນຮັບທ່ານ ນາຍົກລັດຖະມົນຕີ ກຳປູເຈຍ Hun Manet. ພາບ: ຂ່າວສານຊີນຮົວ

ສອງຝ່າຍ ຢືນຢັນຖືເປັນສຳຄັນກໍ່ຄືຕັດສິນໃຈປັບປຸງ ແລະ ເຮັດໃຫ້ການພົວພັນສອງຝ່າຍເລິກເຊິ່ງຂຶ້ນຕື່ມ.

ທີ່ການພົບປະ, ທ່ານປະທານປະເທດຈີນ ເນັ້ນຫນັກວ່າ ທ່ານນາຍົກລັດຖະມົນຕີ ກຳປູເຈຍ ເລືອກເຟັ້ນ ຈີນ ແມ່ນປະເທດທຳອິດ ໄປຢ້ຽມຢາມ ພາຍຫລັງຮັບດຳລົງຕຳແຫນ່ງ ແມ່ນສະແດງໃຫ້ເຫັນການຖືເປັນສຳຄັນຂອງລັດຖະບານໃຫມ່ຂອງກຳປູເຈຍ ໃນການປັບປຸງ ແລະພັດທະນານ້ຳໃຈມິດຕະພາບ ຈີນ -ກຳປູເຈຍ. ທ່ານຢືນຢັນ ຈີນພ້ອມແລ້ວທີ່ຈະພ້ອມກັບກຳປູເຈຍ ຊຸກຍູ້ສ້າງປະຊາຄົມຮ່ວມຊາຕະກຳ ລະຫວ່າງສອງປະເທດເຂົ້າສູ່ລວງເລິກ ແທດຈິງ.

ທ່ານປະທານປະເທດຈີນ ສີຈິ້ນຜິງ ໄດ້ໃຫ້ການຕ້ອນຮັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet . ພາບ: ຂ່າວສານຊີນຮົວ