|
(ພາບ: EPA/TTXVN) |
ກ່າວຄຳເຫັນພາຍຫຼັງການປະຊຸມຂ່າວກັບທ່ານນາຍົກລັດຖະມົນຕີການາດາ Justin Trudeau, ທ່ານປະທານາທິບໍດີ Macron ເນັ້ນໜັກວ່າ ອາເມລິກາ ແມ່ນພັນທະມິດສຳຄັນສຳລັບປະເທດຕ່າງໆໃນກຸ່ມ G7. ເຖິງຢ່າງໃດກໍ່ຕາມ, ທ່ານ Macron ກໍ່ຖືວ່າ, ການນຳບັນດາປະເທດ G7 ບໍ່ຄວນວິຕົກກັງວົນກ່ຽວກັບເລື່ອງບັນລຸໄດ້ບັນດາຂໍ້ຕົກລົງ ທີ່ບໍ່ມີຄວາມເຫັນດີເຫັນພ້ອມຂອງທ່ານປະທານາທິບໍດີອາເມລິກາ Donald Trump. ທ່ານຢືນຢັນວ່າ, ບັນດາປະເທດເອີລົບ ແລະ ຍີ່ປຸ່ນ ຍັງບໍ່ກຽມພ້ອມທີ່ຈະປະລະທຸກສິ່ງທຸກຢ່າງເພື່ອໃຫ້ໄດ້ລາຍເຊັນຂອງທ່ານປະທານາທິບໍດີ Donald Trump.
ສ່ວນທ່ານນາຍົກລັດຖະມົນຕີການາດາ Justin Trudeau ຖືວ່າ, ບັນດາຂໍ້ອ້າງເຊິ່ງທ່ານ Trump ຍົກອອກມາກ່ຽວກັບຄວາມສະຫງົບແຫ່ງຊາດ ເພື່ອແກ້ຕົວໃຫ້ເລື່ອງອາເມລິກາ ຈັດວາງອັດຕາພາສີນຳເຂົ້າສຳລັບເຫຼັກກ້າ ແລະ ອາລູມີນຽມ ຂອງບັນດາປະເທດພັດທະມິດແມ່ນ “ໄຮ້ເຫດຜົນ”. ເຖິງຢ່າງໃດກໍ່ຕາມ, ທ່ານ Trudeau ສະແດງໃຫ້ເຫັນຄວາມປະເອີບໃຈກ່ຽວກັບໝາກຜົນຂອງກອງປະຊຸມ G7.

