ທ່ານນາຍົກລັດຖະມົນຕີ ອິດສະລາແອັນ Benjamin Netanyahu ແລະ ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ Benjamin Netanyahu ໄດ້ຍົກອອກຄຳເຫັນດັ່ງກ່າວທີ່ກອງປະຊຸມຄະນະລັດຖະບານ ແຕ່ບໍ່ເຜີຍໃຫ້ຮູ້ຢ່າງລະອຽດກ່ຽວກັບສະຖານທີ່ ແລະ ວັນເວລາຈະພົບປະເຈລະຈາກັບທ່ານປະທານາທິບໍດີ Vladimir Putin. ທ່ານນາຍົກລັດຖະມົນຕີ Benjamin Netanyahu ຊີ້ແຈ້ງວ່າ ທ່ານໄດ້ໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ Vladimir Putin ແລະ 2 ຝ່າຍໄດ້ເຫັນດີເປັນເອກະພາບຈະມີການພົບປະໂດຍໄວ ເພື່ອສືບຕໍ່ສົມທົບກັນທາງດ້ານປ້ອງກັນຄວາມສະຫງົບທີ່ສຳຄັນລະຫວ່າງກຳລັງປະກອບອາວຸດ 2 ປະເທດ.