ທ່ານປະທານາທິບໍດີ ລັດເຊຍ Vladimir Putin ແລະ ຄູ່ຕຳແໜ່ງ ຕວກກີ Recep Tayyip Erdogan (ພາບ: AFP/TTXVN) |
ການນຳ 2 ທ່ານເນັ້ນໜັກວ່າ ຄວາມສຳຄັນຂອງການຮັບປະກັນບັນດາເງື່ອນໄຂຈຳເປັນ ເພື່ອໃຫ້ຄະນະປະຕິບັດງານຂອງອົງການເກືອດຫ້າມອາວຸດເຄມີ (OPCW) ໄດ້ສືບສວນສອບສວນກ່ຽວກັບເຫດບຸກໂຈມຕີທີ່ຖືກສົງໄສວ່າ ນຳໃຊ້ອາວຸດເຄມີຢູ່ ຊີຣີ. ວັງ Kremlin ຊີ້ແຈ້ງວ່າ: “ການນຳ 2 ທ່ານໄດ້ສະແດງໃຫ້ເຫັນການສະໜັບສະໜູນເລື່ອງ ຍູ້ແຮງວິວັດທະນາການຊອກຫາມາດຕະການການເມືອງຢູ່ ຊີຣີ ອີງໃສ່ມະຕິເລກທີ 2254 ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ບັນດາຂໍ້ຕົກລົງ ໂດຍກອງປະຊຸມໃຫຍ່ເຈລະຈາຊົນຊາດ ຊີຣີ ທີ່ໄດ້ຍົກອອກມາຢູ່ Sochi”.

