![]() ທ່ານປະທານປະເທດຫວຽດນາມ ເຈີນດ້າຍກວາງ ໄດ້ລົງຢ້ຽມຢາມ ແລະ ອວຍພອນເຂດຊາວຄຼິດນະຄອນໂຮ່ຈິມິນ |
ແລະ ກໍເນື່ອງໃນໂອກາດວັນບຸນຄິຼດສມາດ ຄ.ສ 2016 ແລະ ເພື່ອກະກຽມຕ້ອນຮັບປີໃໝ່ ຄ.ສ 2017, ໃນຕອນເຊົ້າວັນທີ 23/12, ທ່ານຮ່ວາງຈຸງຫາຍ, ເລຂາພັກນະຄອນຮ່າໂນ້ຍໄດ້ລົງຢ້ຽມຢາມ ແລະ ອວຍພອນພະຄາດີນັນ ເຟໂຣ ຫງວຽນວັນເຍີນ ຫົວໜ້າເຂດຊາວຄຼິດຮ່າໂນ້ຍ ແລະ ຢ້ຽມຢາມຖາມຂ່າວຄອບຄົວຊາວຄຼິດທີ່ດີເດັ່ນຢູ່ຕາແສງ ຮ່າງຈົ້ງ, ຮ່ວານກ້ຽມ.
ຕອນເຊົ້າຂອງວັນດຽວກັນ, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ຫງວຽນຖ້ຽນເຍີນ ກໍໄດ້ລົງຢ້ຽມຢາມ ແລະ ອວຍພອນວັນບຸນຄິຼດສມາດ ຄ.ສ 2016 ຢູ່ແຂວງແທງຮ້ວາ, ຢ້ຽມຢາມ ແລະ ອວຍພອນ ຫົວໜ້າສະພາສັງຄະລາດແທງຮ້ວາ ຫງວຽຈີ້ລິງ.
ໃນຂະນະດຽວກັນ, ການນຳແຂວງບີງຖ້ວນ, ບາດລຽວກໍໄດ້ລົງຢາມອວຍພອນບັນດາຜູ້ມີຍົດສັກຕຳແໜ່ງ ແລະ ພໍ່ແມ່ພີນ້ອງຊາວຄຼິດ, ໂປແຕັສຕັງໃນບໍລິເວນແຂວງ ເນື່ອງໃນໂອກາດວັນບຸນຄິຼດສມາດ ຄ.ສ 2016 ນີ້.

