ເນື່ອງໃນໂອກາດສະຫຼອງ 81 ປີວັນຊາດ ຫວຽດນາມ (02/09/1945 – 02/09/2026), ແຕ່ວັນທີ 26/08 - 28/08, ບັນດາຄະນະຜູ້ແທນຂັ້ນສູງສູນກາງ ພ້ອມດ້ວຍຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການຂອງລາວ ໄດ້ມາຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ນະຄອນຫຼວງ ວຽງຈັນ ປະເທດ ລາວ ເພື່ອອວຍພອນ. ມາອວຍພອນ 81 ປີວັນຊາດ ຫວຽດນາມ, ຫຼາຍຄະນະຜູ້ແທນຕາງໜ້າບັນດາກະຊວງ, ຄະນະ, ຂະແໜງການຂອງ ລາວ ໄດ້ຈູດທູບທຽນຢູ່ຕໍ່ໜ້າບ່ອນບູຊາ ປະທານ ໂຮ່ຈີ່ມິນ ທີ່ສະຖານທູດ. ການນຳສູນກາງ, ຕາງໜ້າບັນດາກະຊວງ, ຄະນະ,ຂະແໜງການຂອງ ລາວ ໄດ້ສົ່ງຄຳອວຍພອນອັນປະເສີດທີ່ສຸດມາຍັງ ພັກ, ລັດ, ປະຊາຊົນ ຫວຽດນາມ ແລະ ສະຖານທູດ. ບັນດາການນຳ ລາວ ກໍ່ໄດ້ສະແດງຄວາມເຊື່ອໝັ້ນຢ່າງໜັກແໜ້ນວ່າພາຍໃຕ້ການຊີ້ນຳນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດ ຫວຽດນາມ, ປະຊາຊົນ ຫວຽດນາມ ຈະສືບຕໍ່ຍາດໄດ້ບັນດາຜົນງານອັນໃຫຍ່ຫຼວງກວ່າເກົ່າອີກໃນພາລະກິດແຫ່ງການປ່ຽນແປງໃໝ່, ກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດໃຫ້ໝັ້ນຄົງ.
ຕອນຄ່ຳວັນທີ 28 ສິງຫາ, ສະຖານທູດ ຫວຽດນາມ ປະຈຳ ລາວ ໄດ້ຈັດງານລ້ຽງຕ້ອນຮັບຢ່າງສົມກຽດ ເນື່ອງໃນໂອກາດສະຫຼອງ 81 ປີ ວັນໄຊຊະນະການປະຕິວັດເດືອນສິງຫາ (19/08/1945 - 19/08/2026) ແລະ ວັນຊາດ ແຫ່ງ ສປປ ຫວຽດນາມ (02/09/1945 - 02/09/2026).
